ສະພາທີ່ປຶກສາກ່ຽວກັບສາສະຫນາ ຈັດການສະຫລຸບການເຄື່ອນໄຫວ

Chia sẻ
ສະພາ​ທີ່​ປຶກສາ​ກ່ຽວ​ກັບ​ສາສະຫນາ​ທີ່​ຂຶ້ນ​ກັບ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຈັດ​ຕັ້ງ​ກອງ​ປະຊຸມ​ສະຫລຸບ​ວຽກ​ງານ​ປີ 2011 ​ແລະ ຜັນ​ຂະຫຍາຍ​ແຜນການ​ວຽກ​ງານ​ປີ 2012

 ສະພາທີ່ປຶກສາກ່ຽວກັບສາສະຫນາ  ຈັດການສະຫລຸບການເຄື່ອນໄຫວ - ảnh 1
ພາບປະກອບ:internet


(vovworld) - ຕອນ​ເຊົ້າ​ວັນ​ທີ 23/3 ​ຢູ່​ຮ່າ​ໂນ້ຍ, ສະພາ​ທີ່​ປຶກສາ​ກ່ຽວ​ກັບ​ສາສະຫນາ​ທີ່​ຂຶ້ນ​ກັບ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຈັດ​ຕັ້ງ​ກອງ​ປະຊຸມ​ສະຫລຸບ​ວຽກ​ງານ​ປີ 2011 ​ແລະ ຜັນ​ຂະຫຍາຍ​ແຜນການ​ວຽກ​ງານ​ປີ 2012.​ ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ໄດ້​ປຶກສາ​ຫາລື​ຫລາຍ​ບັນຫາ​ຄື: ​ແກ້​ໄຂ​ການ​ພົວພັນ​ລະຫວ່າງ​ອຳນາດ​ນິຕິບັນຍັດ ​ແລະ ສາສະຫນາ; ລະບົບ​ກົດໝາຍ​ທ່ີ​ກ່ຽວຂ້ອງ​ເຖິງ​ສາສະຫນາ​ຫວຽດນາມ​ໃນ​ວິວັດ​ການ​ປ່ຽນ​ແປງ​ໃຫມ່​ປະ​ເທດ​ຊາດ. ​ເມື່ອ​ເວົ້າ​ເຖິງ​ວຽກ​ງານ​ຄຸ້ມ​ຄອງ​ສາສະຫນາ, ພະ​ອາຈານ Thich Bao Nghiem ຮອງ​ປະທານ​ສູນ​ກາງ​ສະມາຄົມ​ພຸດທະ​ສາສະຫນາ​ຫວຽດນາມ ຖື​ວ່າ:

“​ສາສະຫນາ​ທັງ​ໝົດໃນ​ປະ​ເທດ​ພວກ​ເຮົາຊຶ່ງ​ໄດ້​ຮັບ​ຮູ້​ຈາກ​ກົດໝາຍ ​ແມ່ນ​ສາສະຫນາ​ທີ່​ມີ​ການ​ເຄື່ອນ​ໄຫວ​ເປັນ​ຢ່າງ​ດີ. ສາສະຫນາ​ລ້ວນ​ແຕ່​ຮັບ​ໃຊ້​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ, ສະ​ນັ້ນ ອາດຕະມາສະ​ເຫ​ນີວ່າ​ ຄວນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ບັນຫາ​ສາສະຫນາ ​ເພື່ອ​ເສີມ​ຂະຫຍາຍ​ດ້ານ​ດີ​ຂອງ​ສາສະຫນາ​ທີ່ມີ​ຕໍ່ຊີວິດ​ປະຈຸ​ບັນ, ​ເປັນ​ຕົ້ນ​ແມ່ນ​ຄົນ​ລຸ້ນຫນຸ່ມ.”

        ປີ 2012 ສະພາ​ທີ່​ປຶກສາ​ກ່ຽວ​ກັບສາສະຫນາສືບ​ຕໍ່​ສ້າງ​ນະ​ໂຍບາຍ, ກົດໝາຍ​ກ່ຽວ​ກັບ​ສາສະຫນາ​ໃຫ້​ສົມບູນ​ແບບ, ​ໃນ​ນັ້ນ ສຸ​ມ​ໃສ່​ປຶກສາ​ຫາລື​ກ່ຽວ​ກັບ​ເລື່ອງ​ປັບປຸງ, ​ເພີ່ມ​ເຕີມ​ບາງ​ເນື້ອ​ໃນສາສະຫນາ​ໃນ​ວິວັດ​ການ​ສະຫລຸບ​ລັດຖະທຳ​ມະນູນ 1992, ​ເພີ່ມ​ເຕີມ​ບັນດາ​ຂໍ້​ກຳນົດ​ກ່ຽວຂ້ອງ​ເຖິງ​ການ​ຮັບ​ຮູ້​ອົງການ​ສາສະຫນາ, ບັນດາ​ນະ​ໂຍບາຍ​ກົດໝາຍ ​ເພື່ອ​ເສີມ​ຂະຫຍາຍ​ບົດບາດ, ພາລະ​ຫນ້າ​ທີ່​ສັງຄົມ​ຂອງ​ວຽກ​ງານ​ສາສະຫນາ​ໃນ​​ການ​ເຂົ້າຮ່ວມ​ຫັນ​ດ້ານ​ສາທາລະນະ​ສຸກ, ການ​ສຶກສາ, ການ​ກຸສົນ​ມະນຸດ​ສະ​ທຳ​ເປັນ​ບັນຫາ​ຂອງ​ທົ່ວ​ສັງຄົມ.