ວາງສະແດງ“ແຜ່ນພິມດ້ວຍໄມ້ກ່ຽວກັບໂຮງຮຽນຟຸກຢາງ-ມໍລະດົກເອກະສານໂລກ”

Chia sẻ
(VOVWORLD) -ຕອນເຊົ້າວັນທີ 23 ພຶດສະພາ, ຢູ່ ເຂດປູຊະນີຍະສະຖານແຫ່ງຊາດພິເສດ ວັນມຽວ - ກວັກຕືຢາມ, ຮ່າໂນ້ຍ ໄດ້ໄຂງານວາງສະແດງຫົວເລື່ອງສະເພາະ “ແຜ່ນພິມດ້ວຍໄມ້ກ່ຽວກັບໂຮງຮຽນ ຟຸກຢາງ - ມໍລະດົກໂລກ”. 

ວາງສະແດງ“ແຜ່ນພິມດ້ວຍໄມ້ກ່ຽວກັບໂຮງຮຽນຟຸກຢາງ-ມໍລະດົກເອກະສານໂລກ” - ảnh 1 ແຜ່ນພິມດ້ວຍໄມ້

ພາບ:TTXVN

ງານວາງສະແດງໄດ້ແນະນຳວັດຖຸພັນຫລາຍຢ່າງລວມມີ: ເອກະສານ, ປື້ມ, ຮູບພາບ, ບັນດາຮູບຈຳລອງ ມີມາແຕ່ໄລຍະປີ 1758 - 1788. ແຜ່ນພິມດ້ວຍໄມ້ໂຮງຮຽນ ຟຸກຢາງ ປະຈຸບັນ ຍັງມີ 383 ແຜ່ນ. ນີ້ແມ່ນຊຸດແຜ່ນພິມດ້ວຍໄມ້ຫນຶ່ງດຽວ, ເກົ່າແກ່ທີ່ສຸດກ່ຽວກັບການສຶກສາຂອງວົງຕະກຸນ ຫງວຽນຮູຍ ຍັງຄົງຮັກສາໄວ້ໄດ້ຢູ່ຫວຽດນາມ.

ດ້ວຍບັນດາຄຸນຄ່າພິເສດ, ວັນທີ 19 ພຶດສະພາປີ 2016, ແຜ່ນພິມດ້ວຍໄມ້ໂຮງຮຽນ ຟຸກຢາງ ໄດ້ຮັບການຮັບຮອງຈາກ ຄະນະກຳມະການໂຄງການຄວາມຊົງຈຳໂລກ ພາກພື້ນ ອາຊີ ປາຊີຟີກ ຂອງ UNESCO ເປັນມໍລະດົກເອກະສານ ແລະ ຈັດເຂົ້າບັນຊີລາຍຊື່ ຄວາມຊົງຈຳໂລກ ພາກພື້ນ ອາຊີ ປາຊີຟີກ. 

ຕອບກັບ