ລາຍການ “ກຳລັງແຮງມະນຸດສະທຳ” ປີ 2023

Chia sẻ
(VOVWORLD) -   ລາຍການ “ກຳລັງແຮງມະນຸດສະທຳ” ແມ່ນເຫດການປະຈຳປີ ເພື່ອຫວນຄືນມູນເຊື້ອອັນດີງາມ, ຈົດຈຳພາລະກຳມະນຸດສະທຳອັນສູງສົ່ງ ແລະ ການຕອບບຸນຄຸນບັນດາການປະກອບສ່ວນໃຫ້ແກ່ການເຄື່ອນໄຫວມະນຸດສະທຳ ແລະ ຂະບວນການກາແດງ ຫວຽດນາມ
 
ລາຍການ “ກຳລັງແຮງມະນຸດສະທຳ” ປີ 2023 - ảnh 1ທ່ານນາງ ບຸ່ຍທິຮ່ວາ, ປະທານສະພາກາແດງ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ:VOV)

ເນື່ອງໃນໂອກາດ 77 ປີແຫ່ງວັນສ້າງຕັ້ງສະພາກາແດງ ຫວຽດນາມ (23/11/1946 23/11/2023), ຕອນຄ່ຳວັນທີ 22 ພະຈິກ, ຢູ່ຮ່າໂນ້ຍ, ສູນກາງສະພາກາແດງ ຫວຽດນາມ ໄດ້ຈັດລາຍການ “ກຳລັງແຮງມະນຸດສະທຳ” ປີ 2023, ເພື່ອແນໃສ່ເຊີດຊູບັນດາອົງການ, ບຸກຄົນທີ່ໄດ້ປະກອບສ່ວນເຂົ້າໃນຂະບວນການກາແດງ, ພ້ອມທັງປຸກລະດົມລາຍການ ບຸນເຕັດແຫ່ງຄວາມເມດຕາ 2024.

        ລາຍການ “ກຳລັງແຮງມະນຸດສະທຳ” ແມ່ນເຫດການປະຈຳປີ ເພື່ອຫວນຄືນມູນເຊື້ອອັນດີງາມ, ຈົດຈຳພາລະກຳມະນຸດສະທຳອັນສູງສົ່ງ ແລະ ການຕອບບຸນຄຸນບັນດາການປະກອບສ່ວນໃຫ້ແກ່ການເຄື່ອນໄຫວມະນຸດສະທຳ ແລະ ຂະບວນການກາແດງ ຫວຽດນາມ. ທີ່ລາຍການ, ສະພາກາແດງ ຫວຽດນາມ ໄດ້ເລີ່ມລະດົມບັ້ນເຄື່ອນໄຫວ 77 ມື້ແຫ່ງຄວາມເມດຕາ ເພື່ອກະກຽມຂອງຂວັນ 1,2 ລ້ານພູດໃຫ້ແກ່ບັນດາຜູ້ປະສົມກັບຄວາມຫຍຸ້ງຍາກໃນໂອກາດບຸນປີໃໝ່ປະຈຳຊາດ. ທ່ານນາງ ບຸ່ຍທິຮ່ວາ, ປະທານສະພາກາແດງ ຫວຽດນາມ, ເນັ້ນໜັກວ່າ:

        “ຄະນະບໍລິຫານງານສູນກາງສະພາກາແດງ ຫວຽດນາມ ໄດ້ຮຽກຮ້ອງໃຫ້ພະນັກງານ, ສະມາຊິກ, ນັກອາສາສະໝັກ, ຊາວໜຸ່ມເຍົາວະຊົນໃນສະພາກາແດງທຸກຄົນ, ບັນດາວິສາຫະກິດ, ບັນອົງການ, ບຸກຄົນພາຍໃນ ແລະ ຕ່າງປະເທດ ຕອບສະໜອງການເຄື່ອນໄຫວບຸນເຕັດແຫ່ງຄວາມເມດຕາ ປີ 2024 ຢ່າງສຸດໃຈ. ວຽກງານທີ່ດີຂອງພວກທ່ານຈະສ້າງເປັນຄວາມດີໃຈ, ຄວາມຫວັງຂອງຄົນທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກລ້ານໆຄົນ ຕ້ອນຮັບບຸນເຕດທີ່ອົບອຸ່ນ. ການເຄື່ອນໄຫວທີ່ດີອັນໜຶ່ງ ອາດຈະຊ່ວຍໄດ້ຄົນໜຶ່ງ, ລ້ານວຽກງານດີ ຈະຊ່ວຍໃຫ້ວົງຄະນະຍາດພັດທະນາ, ສັງຄົມກ້າວໜ້າ, ຍຸຕິທຳ.”

ຕອບກັບ