ລັດເຊຍ ຮຽກຮ້ອງໃຫ້ອົງການປ້ອງກັນຄວາມສະຫງົບ ແລະ ການຮ່ວມມື ເອີລົບ (OSCE) ກ່າວປະນາມການບຸກໂຈມຕີແນໃສ່ນະຄອນ Belgorod

Chia sẻ
(VOVWORLD) - ຄຳຮຽກຮ້ອງຂອງລັດເຊຍ ໄດ້ຍົກອອກມາພາຍຫຼັງທີ່ທ່ານ Gladkov, ຜູ້ວ່າການເຂດ Belgorod ລາຍງານວ່າ: ໃນຕອນບ່າຍວັນທີ 12 ພຶດສະພາ, ນະຄອນນີ້ຖືກບຸກໂຈມຕີດ້ວຍປືນໃຫຍ່ແນໃສ່ຕຶກອາຄານ 10 ຊັ້ນຂອງປະຊາຊົນ, ເຮັດໃຫ້ທາງເຂົ້າຕຶກອາຄານແຫ່ງນີ້ພັງລົງມາ

ວັນທີ 12 ພຶດສະພາ, ສຳນັກຂ່າວສານ ລັດເຊຍ Ria Novosti ໃຫ້ຂ່າວວ່າ: ຄະນະປະຕິບັດງານຂອງລັດເຊຍ ປະຈຳ ສປຊ ໄດ້ຊີ້ແຈ້ງວ່າ: ສະຫະພັນລັດເຊຍ ຮຽກຮ້ອງໃຫ້ອົງການປ້ອງກັນຄວາມສະຫງົບ ແລະ ການຮ່ວມມື ເອີລົບ (OSCE) ກ່າວປະນາມການບຸກໂຈມຕີແນໃສ່ນະຄອນ Belgorod, ລັດເຊຍ, ທີ່ໄດ້ດຳເນີນໃນຕອນບ່າຍວັນດຽວກັນ. ຄຳຮຽກຮ້ອງຂອງລັດເຊຍ ໄດ້ຍົກອອກມາພາຍຫຼັງທີ່ທ່ານ Gladkov, ຜູ້ວ່າການເຂດ Belgorod ລາຍງານວ່າ: ໃນຕອນບ່າຍວັນທີ 12 ພຶດສະພາ, ນະຄອນນີ້ຖືກບຸກໂຈມຕີດ້ວຍປືນໃຫຍ່ແນໃສ່ຕຶກອາຄານ 10 ຊັ້ນຂອງປະຊາຊົນ, ເຮັດໃຫ້ທາງເຂົ້າຕຶກອາຄານແຫ່ງນີ້ພັງລົງມາ, ມີ 2 ຄົນເສຍຊີວິດ ແລະ 17 ຄົນຖືກບາດເຈັບ, ໃນນັ້ນມີເດັກນ້ອຍ 2 ຄົນ. ຝ່າຍລັດເຊຍ ຖືວ່າ: ກຳລັງປະກອບອາວຸດ ຢູແກຼນ ຕ້ອງຮັບຜິດຊອບກ່ຽວກັບເຫດການດັ່ງກ່າວ.

        ມົດສະກູ ໄດ້ສົ່ງກອງການແພດສຸກເສີນ 10 ໜ່ວຍ ແລະ ບັນດານັກຊ່ຽວຊານດ້ານການແພດໄປຍັງ Belgorod ເພື່ອຊ່ວຍເຫຼືອບັນດາຜູ້ປະສົບເຄາະຮ້າຍໃນເຫດບຸກໂຈມຕີດ້ວຍປືນໃຫຍ່ນີ້. ຄະນະກຳມະການສືບສວນລັດເຊຍ ກໍ່ໄດ້ເປັນການດຳເນີນຄະດີອາຍາກ່ຽວຂ້ອງເຖິງເຫດບຸກໂຈມຕີດັ່ງກ່າວ.

ຕອບກັບ