ລັດເຊຍ ຖະແຫລງຈະໂຕ້ຕອບບ້ວງລົງໂທດທີ 11 ຂອງ ອີຢູ

Chia sẻ
(VOVWORLD) -ໃນຖະແຫລງການ, ກະຊວງການຕ່າງປະເທດ ລັດເຊຍ ໃຫ້ຮູ້ວ່າ: ອີຢູ ສືບຕໍ່ກໍ່ກຳລັງດັນໃສ່ລັດເຊຍ ຜ່ານບັນດາມາດຕະການລົງໂທດຕາມລຳພັງຝ່າຍດຽວ. 
ລັດເຊຍ ຖະແຫລງຈະໂຕ້ຕອບບ້ວງລົງໂທດທີ 11 ຂອງ ອີຢູ - ảnh 1ສຳນັກງານ ກະຊວງການຕ່າງປະເທດ ລັດເຊຍ: ພາບ:rianovosti

ວັນທີ 23 ມີຖຸນາ ກະຊວງການຕ່າງປະເທດ ລັດເຊຍ ຖະແຫລງ ເປີດກວ້າງບັນຊີລາຍຊື່ບັນດາຕົວແທນ ແລະ ໂຄງສ້າງຂອງບັນດາປະເທດສະມາຊິກ ອີຢູ ຖືກຫ້າມເຂົ້າເມືອງ ລັດເຊຍ ເພື່ອໂຕ້ຕອບບ້ວງລົງໂທດທີ 11 ຂອງ ອີຢູ.

ໃນຖະແຫລງການ, ກະຊວງການຕ່າງປະເທດ ລັດເຊຍ ໃຫ້ຮູ້ວ່າ: ອີຢູ ສືບຕໍ່ກໍ່ກຳລັງດັນໃສ່ລັດເຊຍ ຜ່ານບັນດາມາດຕະການລົງໂທດຕາມລຳພັງຝ່າຍດຽວ. ລັດເຊຍ ຖືບັນດາການກະທຳຄືແນວນັ້ນຂອງອີຢູ ແມ່ນບໍ່ຖືກຕ້ອງຕາມກົດໝາຍ ແລະ ເຮັດໃຫ້ ສິດພິເສດດ້ານກົດໝາຍສາກົນຂອງ ສະພາຄວາມໝັ້ນຄົງ ສປຊ ອ່ອນແອລົງ.

ກະຊວງການຕ່າງປະເທດ ລັດເຊຍ ບໍ່ເຜີຍຊື່ບຸກຄົນຖືກຈັດວາງມາດຕະການຈຳກັດດັ່ງກ່າວຂອງລັດເຊຍ ແຕ່ ຕາມແຈ້ງການແລ້ວ, ນັ້ນແມ່ນຕົວແທນຂອງບັນດາອົງການປະຕິບັດກົດໝາຍ, ອົງການແຫ່ງລັດ  ແລະ ການຄ້າຂອງບັນດາປະເທດ ອີຢູ ທີ່ມີສ່ວນກ່ຽວຂ້ອງໃນການສະຫນອງການຫນູນຊ່ວຍດ້ານການທະຫານໃຫ້ແກ່ ຢູແກຼນ ກໍ່ຄືບັນດາເຈົ້າຫນ້າທີ່ ເອີລົບ ຕ້ອງຮັບຜິດຊອບຕໍ່ການຈັດວາງບັນດາມາດຕະການລົງໂທດສຳລັບລັດເຊຍ. 

ແອັງຕູ ນັກຂ່າວ VOVປະຈຳ ລັດເຊຍ.

ຕອບກັບ