ລັດຖະມົນຕີການຕ່າງປະເທດ ໂປໂລຍ ໃຫ້ຮູ້ ທະຫານ NATO ມີໜ້າຢູ່ ຢູແກຼນ

Chia sẻ
(VOVWORLD) - ຄວາມສາມາດຈະຍົກຍ້າຍກຳລັງທາງບົກຂອງບັນດາປະເທດຝ່າຍຕາເວັນຕົກ ໄປຍັງ ຢູແກຼນ. ພາຍຫຼັງກອງປະຊຸມ, ຜູ້ຕາງໜ້າຂອງບັນດາປະເທດທີ່ເຂົ້າຮ່ວມກອງປະຊຸມສ່ວນຫຼາຍໄດ້ປະກາດວ່າ ເຂົາເຈົ້າບໍ່ມີແຜນການສົ່ງທະຫານໄປຍັງ ຢູແກຼນ ແລະ ຊ້ຳບໍ່ໜຳ ແມ່ນຍັງໄດ້ຄັດຄ້ານການເຂົ້າຮ່ວມບັນດາການເຄື່ອນໄຫວດ້ານການທະຫານຕ້ານ ລັດເຊຍ.
ລັດຖະມົນຕີການຕ່າງປະເທດ ໂປໂລຍ ໃຫ້ຮູ້ ທະຫານ NATO ມີໜ້າຢູ່ ຢູແກຼນ - ảnh 1(ພາບປະກອບຈາກ PAP/TTXVN)

ວັນທີ 10 ມີນາ, ກ່າວຄຳເຫັນໃນກອງປະຊຸມສະເຫຼີມສະຫຼອງ 25 ປີແຫ່ງວັນ ໂປໂລຍ ກາຍເປັນສະມາຊິກຂອງອົງການສົນທິສັນຍາອັດລັງຕິກເໜືອ (NATO), ທ່ານ Radoslaw Sikorski, ລັດຖະມົນຕີການຕ່າງປະເທດ ຂອງໂປໂລຍ ໄດ້ໃຫ້ຮູ້ວ່າ: ທະຫານທີ່ຂຶ້ນກັບບັນດາປະເທດ NATO ມີໜ້າຢູ່ ຢູແກຼນ. ແຕ່ເຖິງຢ່າງໃດກໍ່ຕາມ, ທ່ານ Radoslaw Sikorski ບໍ່ເວົ້າແຈ້ງວ່າແມ່ນ ທະຫານຂອງປະເທດໃດ.

        ກ່ອນໜ້ານັ້ນ, ວັນທີ 26 ກຸມພາ, ກ່າວຄຳເຫັນທີ່ກອງປະຊຸມຂອງ 20 ປະເທດຝ່າຍຕາເວັນຕົກ ໄດ້ປຶກສາຫາລືກ່ຽວກັບການໜູນຊ່ວຍໃຫ້ ຢູແກຼນ ຕື່ມອີກ, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ໃຫ້ຮູ້ເຖິງ: ຄວາມສາມາດຈະຍົກຍ້າຍກຳລັງທາງບົກຂອງບັນດາປະເທດຝ່າຍຕາເວັນຕົກ ໄປຍັງ ຢູແກຼນ. ພາຍຫຼັງກອງປະຊຸມ, ຜູ້ຕາງໜ້າຂອງບັນດາປະເທດທີ່ເຂົ້າຮ່ວມກອງປະຊຸມສ່ວນຫຼາຍໄດ້ປະກາດວ່າ ເຂົາເຈົ້າບໍ່ມີແຜນການສົ່ງທະຫານໄປຍັງ ຢູແກຼນ ແລະ ຊ້ຳບໍ່ໜຳ ແມ່ນຍັງໄດ້ຄັດຄ້ານການເຂົ້າຮ່ວມບັນດາການເຄື່ອນໄຫວດ້ານການທະຫານຕ້ານ ລັດເຊຍ.

        ເມື່ອໃຫ້ຂໍ້ສັງເກດກ່ຽວກັບຄຳເຫັນຂອງການນຳ ຝລັ່ງ, ທ່ານ Dmitry Peskov, ເລຂາດ້ານສື່ສານຂອງທ່ານປະທານາທິບໍດີ ລັດເຊຍ ເນັ້ນໜັກວ່າ: ຖ້າຫາກ ຝ່າຍຕາເວັນຕົກສົ່ງກຳລັງທະຫານໄປຍັງ ຢູແກຼນ, ການປະທະກັນດ້ານການທະຫານໂດຍກົງລະຫວ່າງ NATO ແລະ ສະຫະພັນລັດເຊຍ ແມ່ນຍາກທີ່ຈະຫຼີກລ້ຽງໄດ້. ທ່ານ Peskov ກ່າວຕື່ມອີກວ່າ ບັນດາປະເທດ NATO ຕ້ອງຮັບຮູ້ໄດ້ສິ່ງດັ່ງກ່າວ ແລະ “ຖາມຕົນເອງວ່າການກະທຳນີ້ແມ່ນເພື່ອຜົນປະໂຫຍດຂອງບັນດາປະເທດນີ້ຫຼືບໍ່?”.

ຕອບກັບ