ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມເຮັດວຽກຢູ່ ສິງກະໂປ

Chia sẻ
(vovworld) –​ ໃນ​ການ​ຢ້ຽມຢາມ, 2 ຝ່າຍ​ໄດ້​ປຶກສາ​ຫາລື​ລະອຽດບັນດາ​ບັນຫາ​ສຳຄັນ​ເພື່ອ​ແກ້​ໄຂ​ຂໍ້​ຕິດ​ຂັດ​ໃນ​ຂົງ​ເຂດ​ການ​ຄ້າ, ການ​ລົງທຶນ, ທະນາຄານ…
ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມເຮັດວຽກຢູ່ ສິງກະໂປ - ảnh 1
ລັດຖະມົນຕີ​​ກະຊວງ​ແຜນການ ​ແລະ ການ​ລົງທຶນ​ຫວຽດນາມ ​​​
ເຮັດ​ວຽກ​ກັບ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຄ້າ ​ແລະ ອຸດສາຫະກຳ​ສິງກະ​ໂປ
(ພາບ: radiovietnam.vn)


(vovworld) –​ ໃນ​ຂອບ​ເຂດ​ການ​ໄປ​ປະຕິບັດ​ງານ​ຢູ່​ສິງກະ​ໂປ, ​ໃນ​ລະຫວ່າງ​ວັນ​ທີ 03 – 05/11 ຂອງ​ຄະນະ​ຜູ້​ແທນ​ກະຊວງ​ແຜນການ ​ແລະ ການ​ລົງທຶນ​ຫວຽດນາມ, ທ່ານ​ລັດຖະມົນຕີ​ ບຸ​ຍກວາງວິ​ງ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຄ້າ ​ແລະ ອຸດສາຫະກຳ​ສິງກະ​ໂປ Lim Hng Kiang, ການ​ນຳ​ບັນດາ​ອົງການ​ວິ​ສາ​ຫະກິດ​ສາກົນ​ສິງກະ​ໂປ, ການ​ນຳ​ກຸ່ມ​ບໍລິສັດ Sembcorp Development ​​ແລະ ​ເປັນ​ເຂົ້າ​ການ​ການ​ພົບປະ​ສົນທະນາກ່ຽວ​ກັບ​ການ​ສົ່ງ​ເສີມ​ການ​ລົງ​ທຶນ​ຂອງສິ່ງ​ກະ​ໂປ ​ເຂົ້າ​ຟຸກ໋ວກ, ​ແຂ​ວງກຽນຢາງ.

        ຕາມ​ທ່ານ​ລັດຖະມົນຕີ​ ບຸຍກວາງ​ວິ​ງ​ ແລ​້ວ, ການ​ໄປ​ປະຕິບັດ​ງານ​​ຂອງ​ຄະນະ​ຜູ້​ແທນ​ກະຊວງ​ແຜນການ​ ​ແລະ ການ​ລົງທຶນ​ຫວຽດນາມ ພ້ອມ​ກັບ​ການ​ນຳ​ບັນດາ​ແຂວງ​ກຽນ​ຢາງ, ຮ່າ​ຕິ້ງ, ​ເຫ​ງະ​ອານ ​ຄັ້ງ​ນີ້​ແມ່ນເພື່ອ​ແນ​ໃສ່​ເຊື່ອມ​ຕໍ່​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ໄດ້​ວາງ​ອອກ​​ໃນ​ລາຍການ​ເຊື່ອມ​ຕໍ່​ລະຫວ່າງ 2 ພື້ນຖານ​ເສດຖະກິດ​ຫວຽດນາມ - ສິງກະ​ໂປ ຂັ້ນ​ລັດຖະມົນຕີ​ຄັ້ງ​ທີ 10 ​ເຊິ່ງ​ໄດ້​ຈັດ​ຂຶ້ນ​ເມື່ອ​ເດືອນ 04 ຜ່ານ​ມາ. ​ໃນ​ການ​ຢ້ຽມຢາມ, 2 ຝ່າຍ​ໄດ້​ປຶກສາ​ຫາລື​ລະອຽດບັນດາ​ບັນຫາ​ສຳຄັນ​ເພື່ອ​ແກ້​ໄຂ​ຂໍ້​ຕິດ​ຂັດ​ໃນ​ຂົງ​ເຂດ​ການ​ຄ້າ, ການ​ລົງທຶນ, ທະນາຄານ…

        ວັນ​ທີ 05/11, ທ່ານ​ລັດຖະມົນຕີ ບຸ​ຍກວາງ​ວິ​ງ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສົ່ງ​ເສີມ​ການ​ລົງ​ທຶນ​ເຂົ້າ​ແຂວງ​ຮ່າ​ຕິ້ງ ​ເພື່ອ​ແນ​ໃສ່​ນຮຽກຮ້ອງ​ການ​ລົງທຶນ​ຈາກ​ສິງກະ​ໂປ ​ເຂົ້າ​ໃນ​ຂົງ​ເຂດ​ຄື: ການ​ບໍລິການທີ່​ທັນ​ສະ​ໄໝ, ອຸດສາຫະກຳ​ປຸງ​​ແຕ່ງ, ຜະລິດ ​ແລະ ພັດທະນາ​ພື້ນຖານ​ໂຄງ​ລ່າງ.