ມຸ່ງ​ໄປ​ເຖິງ​ການ​ຍົກ​ພົວ​ພັນຫວຽດ​ນາມ - ອົດ​ສະ​ຕາ​ລີ​ ຂຶ້ນ​ສູ່​ລະ​ດັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

Chia sẻ
(VOVWORLD) - ໂດຍສືບຕໍ່ການເຄື່ອນໄຫວໃນຂອບເຂດການຢ້ຽມຢາມ ອົດສະຕາລີຢ່າງເປັນທາງການ, ວັນທີ 1 ທັນວາ, ຢູ່ Canberra, ທ່ານປະທານສະພາແຫ່ງ ຫວຽດນາມ ເວືອງດິ່ງເຫວະ ໃຫ້ການຕ້ອນຮັບທ່ານນາງ Penny Wong ສະມາຊິກສະພາສູງ, ລັດຖະມົນຕີກະຊວງການຕ່າງປະເທດ ອົດສະຕາລີ.

ມຸ່ງ​ໄປ​ເຖິງ​ການ​ຍົກ​ພົວ​ພັນຫວຽດ​ນາມ - ອົດ​ສະ​ຕາ​ລີ​ ຂຶ້ນ​ສູ່​ລະ​ດັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ - ảnh 1ທ່ານນາງ Penny Wong ສະມາຊິກສະພາສູງ, ລັດຖະມົນຕີກະຊວງການຕ່າງປະເທດ ອົດສະຕາລີ

ທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ ເນັ້ນໜັກວ່າໄລຍະເກືອບ 50 ປີຜ່ານມາ, ການພົວພັນ ຫວຽດນາມ - ອົດສະຕາລີ ພັດທະນາຢ່າງວ່ອງໄວ ແລະ ຍືນຍົງ, ໄດ້ກາຍເປັນຄູ່ຮ່ວມມືຮອບດ້ານໃນປີ 2009, ຄູ່ຮ່ວມມືຮອບດ້ານເພີ່ມທະວີໃນປີ 2015 ແລະ ຄູ່ຮ່ວມມືຍຸດທະສາດປີ 2018. ທ່ານປະທານສະພາແຫ່ງຊາດ ຢັ້ງຢືນວ່າ ສະພາແຫ່ງຊາດ ຫວຽດນາມ ເຫັນດີເປັນເອກະພາບຕໍ່ການສະໜັບສະໜູນ ເລື່ອງຍົກລະດັບການພົວພັນລະຫວ່າງ ສອງປະເທດຂຶ້ນເປັນລະດັບຄູ່ຮ່ວມມືຍຸດທະສາດຮອບດ້ານ ໃນຈຸດເວລາເໝາະສົມທີ່ສຸດ ເມື່ອສອງປະເທດສຳເລັດບັນດາລະບຽບການ. ທ່ານປະທານສະພາແຫ່ງຊາດ ສະເໜີໃຫ້ສອງປະເທດ ສົມທົບກັນຈັດຕັ້ງ ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ໃນປີ 2023.

ສ່ວນທ່ານນາງລັດຖະມົນຕີ Penny Wong ກໍ່ຢັ້ງຢືນວ່າ ອົດສະຕາລີ ຍາມໃດກໍ່ຖື ຫວຽດນາມ ເປັນເພື່ອນມິດ, ເປັນຄູ່ຮ່ວມມືທີ່ໃກ້ຊິດສະໜິດສະໜົມໃນ ອາຊຽນ ແລະ ພາກພື້ນ, ຖືວ່າ ເລື່ອງສອງປະເທດປຶກສາຫາລືຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານເນື່ອງໃນໂອກາດສອງປະເທດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແມ່ນບາດກ້າວຄືບໜ້າ, ຜົນສຳເລັດສຳຄັນ, ສະແດງໃຫ້ເຫັນຄວາມເຊື່ອໝັ້ນທາງດ້ານຍຸດທະສາດ ແລະ ຄວາມຕັດສິນໃຈລວມກ່ຽວກັບການເພີ່ມທະວີການຮ່ວມມື, ໃນນັ້ນມີດ້ານເສດຖະກິດ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ບັນຫາຍຸດທະສາດອື່ນ.

ຕອບກັບ