ມຸ່ງໄປສູ່ພື້ນຖານການແພດຍຸດຕິທຳ, ມີປະສິດທິຜົນ ແລະ ພັດທະນາ

Chia sẻ
(vovworld)- ກອງ​ປະ​ຊຸມ “ເພີ່ມ​ທະ​ວີ​ການ​ແພດ​ຮາກ​ຖານ​ເພື່ອ​ເບິ່ງ​ແຍງສຸ​ຂະ​ພາບ​ໃນ​ເບື້ອງ​ຕົ້ນ, ມຸ່ງ​ໄປ​ສູ່ວຽກ​ງານ​ເບິ່ງ​ແຍງສຸ​ຂະ​ພາບໃຫ້ທົ່ວ​ປະ​ຊາ​ຊົນ”....
ມຸ່ງໄປສູ່ພື້ນຖານການແພດຍຸດຕິທຳ, ມີປະສິດທິຜົນ ແລະ ພັດທະນາ - ảnh 1
ທ່ານ ວູ້​ດຶກ​ດາມ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ​ ວູ້​ດຶກ​ດາມ
ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ

(vovworld)- ກອງ​ປະ​ຊຸມ “ເພີ່ມ​ທະ​ວີ​ການ​ແພດ​ຮາກ​ຖານ​ເພື່ອ​ເບິ່ງ​ແຍງສຸ​ຂະ​ພາບ​ໃນ​ເບື້ອງ​ຕົ້ນ, ມຸ່ງ​ໄປ​ສູ່ວຽກ​ງານ​ເບິ່ງ​ແຍງສຸ​ຂະ​ພາບໃຫ້ທົ່ວ​ປະ​ຊາ​ຊົນ” ໄດ້​ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 24/3 ຢູ່​ນະ​ຄອນ​ເຫ້ວ, ແຂວງ ເທື່​ອທຽນເຫ້ວ. ກອງ​ປະ​ຊຸມ​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນກວ່າ 300 ຄົນ​ທີ່​ມາ​ຈາກ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ຫົວ​ໜ່ວຍ​ຕ່າງໆ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ. ປະ​ຈຸ​ບັນ, ຫວຽດ​ນາມ​ມີ​ສຸກ​ສາ​ລາ​ເກືອບ 11.000 ແຫ່ງ​ດ້ວຍ​ພະ​ນັກ​ງານ​ແພດ​ໝໍ​ນັບ​ແສນ​ຄົນ. ທີ່ກອງ​ປະ​ຊຸມ, ບັນ​ດາ​ຜູ້​ແທນໄດ້​ປຶກ​ສາ​ຫາ​ລື ແລະ ນຳ​ສະ​ເໜີ​ບັນ​ດາ​ວິ​ທີ​ການ​ແກ້​ໄຂ​ບຸກ​ທະ​ລຸ, ອາດ​ສາ​ມາດ​ເປັນ​ໄປ​ໃຫ້​ແກ່ວຽກ​ງານ​ສ້າງ​ການ​ແພດ​ຮາກ​ຖານ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​, ທ່ານ ວູ້​ດຶກ​ດາມ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ​ ວູ້​ດຶກ​ດາມ ເນັ້ນ​ໜັກ​ວ່າ :

   “ ຫວຽດ​ນາມ​ຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າງ, ແຕ່​ພວກ​ເຮົາ​ຍາມ​ໃດ ກໍ​ເອົາ​ໃຈ​ໃສ່​ເຖິງ​ຄົນ​ທຸກ​ຍາກ, ຜູ້​ມີ​ລາຍ​ຮັບ​ຕ່ຳ; ໄດ້​ຮັບ​ການ​ຕີ​ລາ​ຄາ​ຈາກ​ບັນ​ດາ​ອົງ​ກາ​ນ​ສາກ​ກົນ​ວ່າ : ເມື​ອ່​ທຽບ​ໃສ່​ບັນ​ດາ​ປະ​ເທດ​ມີ​ລະ​ດັບ​ພັດ​ທະ​ນາ​ເສດ​ຖະ​ກິດ​ເທົ່າ​ທຽມ​ນັ້ນ, ພື້ນ​ຖານ​ການ​ແພດ​ຫວຽດ​ນາມ​ກໍ​ມີຫຼາຍ​ຈຸດ​ທີ່​ກ້າວ​ໜ້າ. ບໍ່​ພຽງ​ແຕ່​ໃນ​ຕາ​ໜ່າງ​ການ​ແພດ​ຮັບ​ໃຊ້​ປະ​ຊາ​ຊົນ​ຢູ່​ບັນ​ດາ​ໝູ່​ບ້ານ, ຕາ​ແສງ​ເທົ່າ​ນັ້ນ, ຫາກ​ຍັງ​ໃນ​ຂົງ​ເຂດ​ເຕັກ​ນິກ​ສູງ, ພວກ​ເຮົາ​ກໍ​ມີ​ການ​ປະ​ກອບ​ສ່ວນ​ເປັນ​ຢ່າງ​ດີ ”