ພິທີສະເໜີຕົວສະໂມສອນ ເພື່ອນມິດວິທະຍຸ ບ້ານກ໋າ, ຕາແສງຈ່າງອານ ນະຄອນເຊີນລາ

Chia sẻ
ສະ​ໂມ​ສອນ ເພື່ອນ​ມິດວິທະຍຸບ້ານ​ກ໋າ ​ໄດ້ຮັບ​ການສ້າງ​ຕັ້ງ​ຂຶ້ນ​ເພື່ອ​ເຕົ້າ​ໂຮມ​ບັນດາ​ຜູ້ນິຍົມ​ລາຍການຕ່າງໆ​ຂອງ​ວິທະຍຸ​ກະຈາຍ​ສຽງ​ຫວຽດນາມ
ພິທີສະເໜີຕົວສະໂມສອນ ເພື່ອນມິດວິທະຍຸ ບ້ານກ໋າ, ຕາແສງຈ່າງອານ ນະຄອນເຊີນລາ - ảnh 1
(ພາບປະກອບ)

(vovworld) -     ວັນ​ທີ 22/12, ພິທີ​ສະ​ເໜີ​ຕົວ​ສະ​ໂມ​ສອນ ​ເພື່ອນ​ມິດ​ວິທະຍຸ​ ຢູ່​ບ້ານ ກ໋າ, ຕາ​ແສງ, ຈ່ຽງອານ, ນະຄອນ​ເຊີນ​ລາ, ແຂວງ​ເຊີນ​ລາ. ທ່ານ ຫງວຽນ​ດັງ​ຕ໋ຽນ, ຜູ້ອຳ​ນວຍ​ການ​ໃຫຍ່​ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ພິທີ. ສະ​ໂມ​ສອນ ເພື່ອນ​ມິດວິທະຍຸບ້ານ​ກ໋າ ​ໄດ້ຮັບ​ການສ້າງ​ຕັ້ງ​ຂຶ້ນ​ເພື່ອ​ເຕົ້າ​ໂຮມ​ບັນດາ​ຜູ້ນິຍົມ​ລາຍການຕ່າງໆ​ຂອງ​ວິທະຍຸ​ກະຈາຍ​ສຽງ​ຫວຽດນາມ, ພິ​ເສດ​ແມ່ນ​ບັນດາ​ລາຍການ​ກະ​ຈາ​ຍສຽງພາກ​ພາສາ​ຊົນ​ເຜົ່າ​ ​ທ໋າຍ, ມົງ, ຢາ​ວ… ທ່ານ ​ເກີມ​ແຢງ, ຫົວ​ໜ້າ​ສະ​ໂມ​ສອນ ​ໃຫ້​ຮູ້​ວ່າ.

“ກ່ອນ​ນີ້​ພວກ​ຂ້າພະ​ເຈົ້າ​​ເຄີຍຮັບ​ຟັງ​ວິທະຍຸ ​ແຕ່ຮັບ​ຟັງ​​ໃນ​ຄອບ​ຄົວ​ຂອງ​ຕົນ. ປະ​ຈຸ​ບັນ​​ໄດ້ສ້າງ​ຕັ້ງ​ສະ​ໂມ​ສອນ​ແລ້ວ, ​ພວກ​ຂ້າພະ​ເຈົ້າ​ຈະເຕົ້າ​ໂຮມ​ຮັບ​ຟັງ​ນຳກັນ ​ແລະ ພ​້ອມກັນ​ແລກປ່ຽນ​​ຂໍ້​ມູນ​ຂ່າວທາງ​ວິທະ​ຍຸ. ກໍ​ຄື​ແນະນຳ​ໃຫ້​ພໍ່​ແມ່​ປະຊາຊົນ​ໃນ​ບ້ານຮັບ​ຟັງ​ນຳ​ກັນ​ແລະ ​ປະຕິບັດ​ຕາມ ​ເພື່ອ​ສ້າງ​ໝູ່​ບ້ານ​​ໃຫ້​ນັບ​ມື້​ນັບທີ່​ອີ່​ມໜຳ​ສຳ​ລານ. ພວກ​ຂ້າພະ​ເຈົ້າ​ພາກພູມ​ໃຈຫຼາຍ.”