ຜູ້ບຸກໂຈມຕີຕຳຫລວດຢູ່ ປາຣີ ມີແນວຄິດຫົວຮຸນແຮງ

Chia sẻ
(VOVWORLD) - ວັນທີ 05 ຕຸລາ, ກຳມະການໄອຍະການຕ້ານການກໍ່ການຮ້າຍ ຝຣັ່ງ ທ່ານໜຶ່ງໃຫ້ຮູ້ວ່າ: ຕົວການໃນເຫດບຸກໂຈມຕີດ້ວຍມີດຢູ່ນະຄອນຫລວງ ປາຣີ ເຮັດໃຫ້ຕຳຫລວດ 4 ຄົນເສຍຊີວິດ ໄດ້ມີການຕິດຕໍ່ກັບບັນດາສະມາຊິກທີ່ຂຶ້ນກັບຂະບວນການອິດສະລາມຫົວຮຸນແຮງ ແລະ ເບິ່ງຄືວ່າຈົ່ງຮັກພັກດີຕໍ່ແນວຄິດນີ້. 
 
ຜູ້ບຸກໂຈມຕີຕຳຫລວດຢູ່ ປາຣີ ມີແນວຄິດຫົວຮຸນແຮງ - ảnh 1ຜູ້ບຸກໂຈມຕີຕຳຫລວດຢູ່ ປາຣີ ມີແນວຄິດຫົວຮຸນແຮງ (ພາບ: AFP/TTXVN)

ວັນທີ 04 ຕຸລາ, ຕົວການຄົນໜຶ່ງຖືກຍິງຕາຍ ພາຍຫລັງນຳໃຊ້ມີດເຂັ່ນຂ້າຕຳຫລວດ 3 ຄົນ ແລະ ພາລະກອນບໍລິຫານ 1 ຄົນຢູ່ສຳນັກງານຕຳຫລວດນະຄອນ ປາຣີ. ປັດຈຸບັນ, ສາຍເຫດທີ່ພາໃຫ້ເກີດການບຸກໂຈມຕີດັ່ງກ່າວ ຍັງບໍ່ທັນປະກາດເທື່ອ, ແຕ່ບັນດານັກສືບສວນປະກາດວ່າ ເຂົາເຈົ້າພວມຊອກຫາວິທີກຳນົດວ່າ ເຫດບຸກໂຈມຕີມີສ່ວນກ່ຽວຂ້ອງເຖິງການກໍ່ການຮ້າຍຫຼືບໍ່.

ຕອບກັບ