ຜັນ​ຂະ​ຫຍາຍ​ໂຄງ​ການ​ຫລຸດ​ຜ່ອນ​ການ​ກະ​ທົບ​ຂອງ​ໂລກ​ລະ​ບ​າດ​ໂຄວິດ 19 ຕໍ່​ບັນ​ດາ​ກຸ່ມ​ປະ​ຊາດກອນ​ໄດ້​ຮັບ​ຄວາມ​ສ່ຽງ​ສູງ

Chia sẻ
(VOVWORLD) -ໂຄງການນີ້ ໂດຍລັດຖະບານຍີ່ປຸ່ນ ອຸປະຖຳທີ່ມີມູນຄ່າກ່ວາ 2.8 ລ້ານໂດລາສະຫະລັດ ຈະຜັນຂະຫຍາຍແຕ່ເດືອນເມສາປີ 2021 ຮອດເດືອນມີນາປີ 2022.
ຜັນ​ຂະ​ຫຍາຍ​ໂຄງ​ການ​ຫລຸດ​ຜ່ອນ​ການ​ກະ​ທົບ​ຂອງ​ໂລກ​ລະ​ບ​າດ​ໂຄວິດ 19 ຕໍ່​ບັນ​ດາ​ກຸ່ມ​ປະ​ຊາດກອນ​ໄດ້​ຮັບ​ຄວາມ​ສ່ຽງ​ສູງ - ảnh 1

(ພາບ: PV/Vietnam+)

    ຕອນເຊົ້າວັນທີ 26 ເມສາ, ຢູ່ຮ່າໂນ້ຍ, ສະຖານທູດ ຍີ່ປຸ່ນ ປະຈຳຫວຽດນາມ ສົມທົບກັບກອງທຶນປະຊາກອນ ສປຊ ປະຈຳຫວຽດນາມ (UNFPA)  ໄດ້ປະກາດໂຄງການຫລຸດຜ່ອນການກະທົບທີ່ຫຍໍ້ທໍ້ຂອງໂລກລະບາດໂຄວິດ 19 ຕໍ່ບັນດາກຸ່ມປະຊາດກອນໄດ້ຮັບຄວາມສ່ຽງສູງໃນລະດັບຕ່ຳສຸດ.

ຕາມນັ້ນແລ້ວ, ໂຄງການຈະຖືກຜັນຂະຫຍາຍຢູ່ 14 ແຂວງນະຄອນ ແລະ ແຊກແຊງໃນບັນດາຂົງເຂດຄື: ເພີ່ມທະວີບັນດາການບໍລິການປົກປ້ອງຮອບດ້ານ ໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກການໃຊ້ຄວາມຮຸ້ນແຮງທາງເພດ ແລະ ຜັນຂະຫຍາຍວຽກງານ ປ້ອງກັນ, ສະກັດກັ້ນ, ປ່ຽນແປງການກະທຳກ່ຽວກັບ ການໃຊ້ຄວາມຮຸ້ນແຮງທາງເພດ. ໃນຂົງເຂດສຸຂະພາບທາງມເພດສຳພັນ ແລະ ສຸຂະພາບຈະເລີນພັນ, ໜູນຊ່ວຍແຮງງານໜຸ່ມອົບພະຍົບ ເມື່ອກັບຄືນມາທ້ອງຖິ່ນ ໄດ້ສຳຜັດກັບບັນດາການບໍລິການໃຫ້ຄຳປຶກສາດ້ານວີຊາຊີບ, ການບໍລິການສຸຂະພາບຈະເລີນພັນ. ທ່ານ ເລແບັກເຢືອງ ຜູ້ຊ່ວຍວຽກທ່ານນາງຫົວໜ້າກອງທຶນປະຊາກອນ ສປຊ ປະຈຳຫວຽດນາມ ເນັ້ນໜັກວ່າ:

ກ່ຽວກັບການເບິ່ງແຍງດູແລຜູ້ມີອາຍຸສູງ, ຈະມີຜູ້ມີອາຍຸສູງ 1 ພັນທ່ານໄດ້ຮັບການເບິ່ງແຍງດູແລ ຢູ່ບັນດາແຂວງປະຕິບັດທົດລອງ. ຜູ້ມີອາຍຸສູງ 58.000 ທ່ານໄດ້ຊົມໃຊ້ການບໍລິການເບິ່ງແຍງດູແລທາງໄກດ້ວຍບັນດາສິ່ງເອກະລັກສະເພາະ ເໝາະສົມໃນສະພາບເກີດໂລກລະບາດໂຄວິດ 19. ມີ 50 ຫົວໜ່ວຍແມ່ນວິສາຫະກິດພາກເອກະຊົນ, ວິສາຫະກິດໄດ້ເຂົ້າຮ່ວມເວທີປາໄສໃຫ່ຍຢູ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ເພື່ອຍົກອອກບັນດາມາດຕະການແກ້ໄຂໜູນຊ່ວຍ ຜູ້ມີອາຍຸສູງ.

 ທ່ານນາງ Naomi Kitahara, ຫົວໜ້າກອງທຶນປະຊາກອນ ສປຊ ປະຈຳຫວຽດນາມ ແບ່ງປັນວ່າ: ເພື່ອໃຫ້ຫວຽດນາມ ສາມາດບັນລຸໄດ້ບັນດາເປົ້າໝາຍພັດທະນາແບບຍືນຍົງຮອດປີ 2030, ຕ້ອງຫລຸດຜ່ອນການກະທົບທີ່ຫຍໍ້ທໍ້ຂອງໂລກລະບາດໂຄວິດ 19. ສິ່ງຫຼັກແຫຼ່ງແມ່ນຕ້ອງຮັບປະກັນໃຫ້ທຸກຄົນ ລ້ວນແຕ່ແມ່ນສ່ວນໜຶ່ງໃນຂະບວນວິວັດແຫ່ງການພັດທະນາແບບຍືນຍົງ ເພື່ອບໍ່ມີໃຜຖືກປະໄວ້ຢູ່ເບື້ອງຫຼັງ. UNFPA ສູ້ຊົນ ຈະຮັບປະກັນການສະໜອງບັນດາບ້ວງບໍລິການຮອບດ້ານ, ຂັ້ນຕອນການເບິ່ງແຍງດູແລຢ່າງຕໍ່ເນື່ອງ ໃຫ້ແກ່ບັນດາກຸ່ມໄດ້ຮັບຄວາມສ່ຽງສູງ.

ຕອບກັບ