ປ່ຽນແປງໃໝ່ການຖະແຫຼງຂ່າວໃຫ້ຕ່າງປະເທດຢູ່ເຂດຊາຍແດນ

Chia sẻ
(VOVWORLD) -  ເປົ້າໝາຍການເພີ່ມທະວີວຽກງານຖະແຫຼງຂ່າວໂຄສະນາ ແລະ ຖະແຫຼງຂ່າວໃຫ້ຕ່າງປະເທດ ແມ່ນແນໃສ່ໂຄສະນາພາບພົດຂອງ ຫວຽດນາມ ໃຫ້ບັນດາປະເທດທີ່ມີເສັ້ນຊາຍແດນຕິດກັບ ຫວຽດນາມ
ປ່ຽນແປງໃໝ່ການຖະແຫຼງຂ່າວໃຫ້ຕ່າງປະເທດຢູ່ເຂດຊາຍແດນ - ảnh 1(ພາບປະກອບ/ TTXVN) 

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຫາກໍ່ເຊັນຂໍ້ຕົກລົງວ່າດ້ວຍການອະນຸມັດຜ່ານເປົ້າໝາຍ, ໜ້າທີ່, ມາດຕະການປ່ຽນແປງໃໝ່ ແລະ ຍົກສູງກຳລັງຄວາມສາມາດວຽກງານຖະແຫຼງຂ່າວໂຄສະນາ ແລະ ຖະແຫຼງຂ່າວໃຫ້ຕ່າງປະເທດ ປະກອບສ່ວນສ້າງຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ.

        ເປົ້າໝາຍການເພີ່ມທະວີວຽກງານຖະແຫຼງຂ່າວໂຄສະນາ ແລະ ຖະແຫຼງຂ່າວໃຫ້ຕ່າງປະເທດ ແມ່ນແນໃສ່ໂຄສະນາພາບພົດຂອງ ຫວຽດນາມ ໃຫ້ບັນດາປະເທດທີ່ມີເສັ້ນຊາຍແດນຕິດກັບ ຫວຽດນາມ, ປະກອບສ່ວນສ້າງຊາຍແດນແຫ່ງຊາດໃຫ້ມີສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ.

        ການຖະແຫຼງຂ່າວໃຫ້ຕ່າງປະເທດຈະສົມທົບກັບບັນດາການເຄື່ອນໄຫວແລກປ່ຽນ, ສົ່ງເສີມການລົງທຶນ, ການຄ້າ, ການທ່ອງທ່ຽວ, ແນະນຳກ່ຽວກັບຄວາມສາມາດບົ່ມຊ້ອນ, ທ່າແຮງ, ຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງບັນດາແຂວງຊາຍແດນ ປະກອບສ່ວນໂຄສະນາພາບພົດຂອງປະເທດ ຫວຽດນາມ.

ຕອບກັບ