ປະທານລັດຖະສະພາ ເອີລົບ ສະໜັບສະໜູນຊຸກຍູ້ການພົວພັນຮ່ວມມືຮອບດ້ານລະຫວ່າງ ເອີລົບ ແລະ ຫວຽດນາມ

Chia sẻ
(VOVWORLD) -ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ບຣຸກແຊນ, ປະເທດ ແບນຊິກ ແລະ Strasbourg, ປະເທດ ຝລັ່ງ, ດ້ວຍຖະນະເປັນທູດພິເສດຂອງທ່ານນາຍົກລັດຖະມົນຕີ, ຕອນບ່າຍວັນທີ 11 ກຸມພາ, ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ມີການພົບປະກັບທ່ານ David Sassoli ປະທານລັດຖະສະພາ ເອີລົບ.
ປະທານລັດຖະສະພາ ເອີລົບ ສະໜັບສະໜູນຊຸກຍູ້ການພົວພັນຮ່ວມມືຮອບດ້ານລະຫວ່າງ ເອີລົບ ແລະ ຫວຽດນາມ - ảnh 1ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ມີການພົບປະກັບທ່ານ David Sassoli ປະທານລັດຖະສະພາ ເອີລົບ (ພາບ: TTXVN) 

ທີການພົບປະທ່ານ David Saasoli ຢັ້ງຢືນວ່າຈະສະໜັບສະໜູນຊຸກຍູ້ການພົວພັນຮ່ວມມືຮອບດ້ານລະຫວ່າງ ເອີລົບ ແລະ ຫວຽດນາມ, ທ່ານເນັ້ນໜັກວ່າ ເອີລົບ ຖື ຫວຽດນາມ ແມ່ນ ຄູ່ຮ່ວມມືສຳຄັນຢູ່ ອາຊີ-ປາຊີຟິກ, ຫວັງວ່າ ຫວຽດນາມຈະສືບຕໍ່ ສະໜັບສະໜູນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເພີ່ມທະວີການພົວພັນຮ່ວມມືລະຫວ່າງສະຫະພາບ ເອີລົບ ແລະ ສະມາຄົມປະຊາຊາດບັນດາປະເທດ ອາຊີຕາເວັນອອກສຽງໃຕ້. ປະທານລັດຖະສະພາ ເອີລົບ ຢັ້ງຢືນວ່າຈະສະໜັບສະໜູນເລື່ອງ EP ໃຫ້ສັດຕະຍາບັນສັນຍາການຄ້າເສລີ (EVFTA)  ແລະ ສັນຍາອາລັກຂາການລົງທຶນ (EVIPA) ລະຫວ່າງສະຫະພາບ ເອີລົບ ແລະ ຫວຽດນາມ; ສະເໜີໃຫ້ສອງຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນເພື່ອຮັບປະກັນປະຕິບັດບັນດາສັນຍາໃຫ້ມີປະສິດທິຜົນ, ນຳເອົາຜົນປະໂຫຍດແທດຈິງມາໃຫ້ວິສາຫະກິດ ແລະ ປະຊາຊົນສອງຝ່າຍ.

ຕອບກັບ