ປະທານປະເທດ ເຈືອງເຕີນຊາງ ເຮັດວຽກ ກັບສະພາກາແດງຫວຽດນາມ

Chia sẻ
(vovworld) – ທ່ານ​ປະທານ​ປະ​ເທດຫວຽດນາມ ​ເຈືອງ​ເຕີນ​ຊາງ, ປະທານ​ກິ​ຕິ​ມະ​ສັກ​ສະພາກາ​ແດງ​ຫວຽດນາມ ​ໄດ້​ຊົມ​ເຊີຍໝາກຜົນ​ການ​ເຄື່ອນ​ໄຫວ​ຂອງສະພາກາ​ແດງ​ຫວຽດນາມ ​ທີ່ບັນລຸ​ໄດ້​ໃນ 6 ​ເດືອນ​ຕົ້ນ​ປີ 2014.
ປະທານປະເທດ ເຈືອງເຕີນຊາງ ເຮັດວຽກ ກັບສະພາກາແດງຫວຽດນາມ - ảnh 1
(ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເຮັດ​ວຽກ​ກັບ​ສະພາກາ​ແດງ​ຫວຽດນາມ)

(vovworld) –  ທີ່​ການ​ເຮັດ​ວຽວກັບ​ສະພາ​ກາ​ແດງ​ຫວຽດນາມ ​ໃນຕອນ​ບ່າຍ​ວັນ​ທີ 17/05, ທ່ານ​ປະທານ​ປະ​ເທດຫວຽດນາມ ​ເຈືອງ​ເຕີນ​ຊາງ, ປະທານ​ກິ​ຕິ​ມະ​ສັກ​ສະພາກາ​ແດງ​ຫວຽດນາມ ​ໄດ້​ຊົມ​ເຊີຍໝາກຜົນ​ການ​ເຄື່ອນ​ໄຫວ​ຂອງສະພາກາ​ແດງ​ຫວຽດນາມ ​ທີ່ບັນລຸ​ໄດ້​ໃນ 6 ​ເດືອນ​ຕົ້ນ​ປີ 2014. ທ່ານ​ປະທານ​ປະ​ເທດ ​ເຈືອ​ນ​ເຕີນ​ຊາງ ​ເນັ້ນ​ໜັກ​ວ່າ ດ້ວຍ​ຕົວ​ເລກ​ເກືອບ 1.540 ຕື້​ດົງ ​ເຊິ່ງ​ສະພາກາ​ແດງ​ຂັ້ນ​ຕ່າງໆ​ໄດ້ຂົນຂວາຍ​ເພື່ອ​ໜູນ​ຊ່ວຍ​ຜູ້​ປະສົບ​ກັນ​ຄວາມ​ຫຍຸ້ງຍາກ​​ເກືອບ 12.790 ​ເທື່ອ​ຄົນ ​ໃນ 6 ​ເດືອນ​ຕົ້ນ​ປີ ​ແມ່ນ​ມີ​ຄວາມ​ໝາຍ​ອັນ​ໃຫ່ຍຫຼວງ, ຜ່ານ​ນັ້ນ​ຢືນຢັນ​ບົດບາດ​ຂອງສະພາກາ​ແດງ​ທຸກ​ຂັ້ນ​ໃນ​ວຽກ​ງານ​ຂົນຂວາຍຜູ້​ໃຈ​ບຸນ​ໃຈ​ກຸສົນ, ​ນ້ຳ​ໃຈ​ມາດຕາ​ປານີ​ຂອງ​ອົງການ, ສ່ວນ​ບຸກຄົນ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ. ທ່ານ​ປະທານ​ປະ​ເທດ ຖື​ວ່າ ສະພາກາ​ແດງ​ຫວຽດນາມ ປະຕິບັດ​ສຳ​ເລັດ​ບັນດາ​ໂຄງການ​ໜູນ​ຊ່ວຍ​ປະຊາຊົນ​ເຂດ​ຊາຍ​ແດນ ບໍ່​ພຽງ​ແຕ່​ປະກອບສ່ວນ​ລົບ​ລ້າງ​ຄວາມ​ອຶດຫິວ ຫຼຸດຜ່ອນ​ຄວາມທຸກ​ຍາກ​ເທົ່າ​ນັ້ນ ຫາກ​ຍັງ​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ, ຊ່ວຍປະຊາຊົນ​ອຸ່ນ​ອ່ຽນ​ໃຈ​ທຳ​ການ​ຜະລິດ, ຮັບປະກັນ​ຊີວິດ​ການ​ເປັນ​ຢູ່​ເປັນ​ປົກກະຕິ, ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຂອງ​ປະ​ເທດ​ຊາດ​ອີກ​ດ້ວຍ. ທ່ານ​ປະທານ​ປະ​ເທດ ກໍ່​ຕັກ​ເຕື່ອນສະພາກາ​ແດງ​ຫວຽດນາມ ​ເປັນ​ເຈົ້າ​ການ​ໜູນ​ຊ່ວຍ​ຊາວ​ປະມົງ, ຕຳຫຼວດ​ທະ​ເລ, ກຳລັງ​ກວດກາ​ການ​ປະມົງ ຕໍ່ໜ້າ​ບັນດາ​ການ​ຜັນ​ແປ່​ທີ່​ສັບສົນ​ຢູ່​ທະ​ເລ​ຕາ​ເວັນ​ອອກ; ພ້ອມ​ທັງ​ສະ​ເໜີ​​ໃຫ້​ສະພາກາ​ແດງ ສືບ​ຕໍ່​ປະຕິບັດ​ໃຫ້​ຖືກ​ຕາມ​ຈຸດປະສົງ​ຂອງ​ສະພາກາ​ແດງ​​ວາງ​ອອກ ​ແລະ ຈະ​ຜັນ​ຂະຫຍາຍ​​ການ​ເຄື່ອນ​ໄຫວຕ່າງໆ​ທີ່​ນຳ​ມາ​ເຊິ່ງປະສິດທິ​ຜົນ​ຢ່າງ​ແທດ​ຈິງ​ໃນ​ໄລຍະ​ຈະ​ມາ​ເຖິງ.