ປະທານປະເທດ ເຈືອງເຕີນຊາງ ເຂົ້າຮ່ວມກອງປະຊຸມຄູ່ຮ່ວມມືສະພາກາແດງຫວຽດນາມ

Chia sẻ
(vovworld) – ດ້ວຍ​ຫົວ​ຂໍ້ “ຮ່ວມ​ມື ​ແລ​ະ ພັດທະນາ”, ກອງ​ປະຊຸມ​ສະພາກາ​ແດງ​ຫວຽດນາມ ​ໄດ້​ດຶງ​ດູດ​ຜູ້​ແທນ, ຜູ້ຕາງໜ້າ​ບັນດາ​ອົງການ​ພັກ, ລັດ, ​ແນວ​ໂຮມ​ປະ​ເທດ​ຊາດ...
ປະທານປະເທດ ເຈືອງເຕີນຊາງ ເຂົ້າຮ່ວມກອງປະຊຸມຄູ່ຮ່ວມມືສະພາກາແດງຫວຽດນາມ - ảnh 1
(ທ່ານປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເຂົ້າ​ຮ່ວມ​
ກອງ​ປະຊຸມ​ຄູ່​ຮ່ວມ​ມື​ສະພາ​ກາ​​ແດງ​ຫວຽດນາມ)


(vovworld) –  ດ້ວຍ​ຫົວ​ຂໍ້ “ຮ່ວມ​ມື ​ແລ​ະ ພັດທະນາ”, ກອງ​ປະຊຸມ​ສະພາກາ​ແດງ​ຫວຽດນາມ ​ໄດ້​ດຶງ​ດູດ​ຜູ້​ແທນ, ຜູ້ຕາງໜ້າ​ບັນດາ​ອົງການ​ພັກ, ລັດ, ​ແນວ​ໂຮມ​ປະ​ເທດ​ຊາດ, ຄະນະກຳມະການ​ກາ​ແດງ​ສາກົນ ສະຫະສະພາກາແດງ ​ແລະ ກາຊິກວົງ​​ເດືອນ​ແດງ​ສາກົນ… ກວ່າ 150 ຄົນ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອ​ນ​ເຕີນ​ຊາງ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ໝາກຜົນການ​ເຄື່ອນ​ໄຫວ​ເຊິ່ງສະພາກາ​ແດງ​ຫວຽດນາມ ບັນລຸ​ໄດ້​ໃນ 3 ປີຜ່ານມາ, ພິ​ເສດ​ແມ່ນ​ບັນດາ​ລາຍການ, ​ໂຄງການ​ສາກົນ. ທ່ານ​ປະທານ​ປະ​ເທດ ​ເນັ້ນ​ໜັກ​ ​ເຖິງ​ການ​ໜູນ​ຊ່ວຍ​ທີ່​ບໍ່​ຮູ້​ອິດ​ຮູ້​ເມື່ອຍ​ຂອງຖັນ​ແຖວ​ພະນັກງານ, ສະມາຊິກ, ຜູ້​ອາສາ​ສະໝັກສະພາ​ກາ​ແດງ​ຫວຽດນາມ​ ດ້ວຍ​ການ​ໜູນ​ຊ່ວຍ​ຂອງ​ບັນດາ​ຄູ່​ຮ່ວມ​ມື​​ໄດ້​ປະກອບສ່ວນ​ຕັ້ງໜ້າ​ເຂົ້າໃນ​ການ​ໜູນ​ຊ່ວຍ​ບັນດາ​ຜູ້​ປະສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ບື່ນຕົວ​ຂຶ້ນ​ໃນຊີວິດ.  ທ່ານ​ປະທານ​ປະ​ເທດ​ຢືນຢັນ​ວ່າ, ຍາມ​ໃນ​ພັກ, ລັດ​ຫວຽດນາມ ກໍ່ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ສະພາກາ​ແດງ​ຫວຽດນາມ ພັດທະ​ນາ, ປະຕິບັດ​ພາລະ​ໜ້າ​ທີ່​​ເປັນ​ຢ່າງ​ດີ. ທີ່​ກອງ​ປະຊຸມ​ຄູ່​ຮ່ວມ​ມືຄັ້ງ​ນີ້, ທ່ານ​ປະທາ​ນປະ​ເທດສະ​ເໜີ​ໃຫ້​ບັນດາ​ຜູ້​ແທນ​ສຸມ​ໃສ່​ປຶກສາ​ຫາລື​ມາດ​ຕະການ​ລະດົມ​ການ​ເຂົ້າ​ຮ່ວມ​ຂອງ​ປະຊາ​ຄົມ, ຍົກ​ສູງ​ປະສິດທິ​ຜົນ​ບັນດາ​ໂຄງການ​ໜູນ​ຊ່ວຍ​ຜູ້​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ໃນ​ສະພາບ​ຄື​ປະຈຸ​ບັນ.

        ທີ່​ກອງ​ປະຊຸມ​ຄັ້ງນີ້, ສະຫະ​ສະພາກາ​ແດງ ​ແລະ ​ກາຊີກວົງ​​ເດືອນ​ແດງ​ສາກົນ, ຄະນະ​ກຳມະການ​ກາ​ແດງ​ສາກົນ ​ແລະ ສະພາກາ​ແດງ 9 ​ແຫ່ງຂອງບັນດາ​ປະ​ເທດ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ໜູນ​ຊ່ວຍ 25, ​ໂຄງການ ດ້ວຍ​ຍອດຈຳນວນ​ເງິນ 233 ຕື້​ດົງ…