ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມຖະຫວາຍທູບທຽນໄວ້ອາໄລບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ

Chia sẻ
ນີ້​​ແມ່ນ​ການ​ເຄື່ອນ​ໄຫວ​ສະ​ແດງ​​ໃຫ້​ເຫັນສິນ​ທຳ​ທີ່​ວ່າ “ກິນ​ເຂົ້າ​ຄິດ​ຮອດ​ຄຸນ​ນາ, ກິນ​ປາ​ຄິດ​ຮອດ​ຄຸນ​ນ້ຳ” ຂອງ​ຊາດ, ​ເພື່ອ​ອາ​ໄລ​ຫາ..
ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມຖະຫວາຍທູບທຽນໄວ້ອາໄລບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ - ảnh 1
ສຸສານ ມາຍຢີກ
(ພາບປະກອບ)

(​vovworld) – ​ເນື່ອງ​ໃນ​ໂອກາດ​ການສະ​ເຫຼີ​ມສະຫຼອງ 67 ປີ​ແຫ່ງ​ວັນທະ​ຫານ​ເສຍ​ອົງຄະ ​- ນົກ​ຮົບ​​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ (27/7), ຕອນ​ເຊົ້າ​ວັນ​ທີ 24/7, ຄະນະ​ຜູ້​ແທນ​ຄະນະ​ກຳມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽ​ດນາມ, ສູນ​ກາງ​ບັນດາ​ອົງການ​ຈັດ​ຕັ້ງ​ການ​ເມືອງ, ສັງຄົມ ​​ໂດ​ຍທ່ານ ຫງວຽນ​ທ້ຽນ​ເຍີນ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ນຳ​ໜ້າ​ໄດ້​ໄປ​ວາງ​ພວງມາລາ, ຖະຫວາຍ​ທູບ​ທຽນຢູ່​ສຸສານ ມາຍ​ຢີກ (ຮ່າ​ໂນ້ຍ). ນີ້​​ແມ່ນ​ການ​ເຄື່ອນ​ໄຫວ​ສະ​ແດງ​​ໃຫ້​ເຫັນສິນ​ທຳ​ທີ່​ວ່າ “ກິນ​ເຂົ້າ​ຄິດ​ຮອດ​ຄຸນ​ນາ, ກິນ​ປາ​ຄິດ​ຮອດ​ຄຸນ​ນ້ຳ” ຂອງ​ຊາດ, ​ເພື່ອ​ອາ​ໄລ​ຫາ, ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຕໍ່​ບັນດາ​ວິລະ​ຊົນ​ທີ່​ໄດ້​ຕໍ່ສູ້, ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ເອກະລາດ, ​ເສລີພາບ​ຂອງ​ຊາດ, ​ເພື່ອ​ລັດທິ​ສັງຄົມ​ນິຍົມ, ອາ​ໄລ​ຫາ​ບຸນຄຸນ​ອັນ​ໃຫຍ່​ຫຼວງ​ຕໍ່​ດວງ​ວິນ​ຍານ​ບັນດາ​ການ​ນຳ​ປະຕິວັດ​ລຸ້ນກ່ອນ, ບັນດາການ​ນຳ​ຂັ້ນ​ສູງ​ຂອງ​ພັກ, ລັດ, ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຢູ່​ສຸສານ ມາຍ​ຢີກ.