ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຮັດວຽກກັບສູນກາງສະພາກາແດງ

Chia sẻ
(vovworld) - ໃນ​ປີ 2013, ມີ​ບາງ​ຂະ​ບວນການ, ບັ້ນ​ຂົນຂວາຍ​ຂອງ​ສະພາກາ​ແດງ ​ໄດ້​ສ້າງ​ເປັນ​ຂີດ​ໝາຍ​ໃນ​ຊີວິດ​ຂອງ​ປະຊາ​ຄົມ​ຢ່າງ​ແຮງ. ດ້ວຍ​ຍອດ​ມູນ​ຄ່າການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ​ບັນລຸ​ກວ່າ 2.700 ຕື້​ດົງ
ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຮັດວຽກກັບສູນກາງສະພາກາແດງ - ảnh 1
(ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ
ຫງວຽນ​ທ້ຽນ​ເຍີນ ເຮັດ​ວຽກ​ກັບ​ສູນ​ກາງ​ສະພາກາ​ແດງ)


(vovworld) - ທີ່​ການ​ເຮັດ​ວຽກ​ກັບສູນ​ກາງ​ສະພາກາ​ແດງ​ໃນ​ວັນ​ທີ 26/04, ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ​ໄດ້​ຕິ​ລາຄາ​ສູງ​ບັນດາ​ການ​ປະກອບສ່ວນ​ຂອງ​ສະພາກາ​ແດງ​ຫວຽດນາມ ​ໃນ​ຂະ​ບວນການ​ຊ່ວຍ​ເຫຼືອ​ມະນຸດສະທຳ​, ພ້ອມ​ທັງ​ເນັ້ນ​ໜັກ​ວ່າ ສະພາກາ​ແດງ​ຫວຽດນາມ ຕ້ອງ​ກາຍ​ເປັນ​ສະພາບ​ແວກ​ລ້ອມ​ທີ່​ເຕົ້າ​ໂຮມ​ບັນດາ​ຈິ​ດໃຈ​ມະນຸດສະທຳ, ມາ​ມັກ​ຄິ​ຊາດ, ​ເບິ່ງ​ແຍງ​ດູ​ແລ​ໃຫ້​ບັນດາ​ຜູ້​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ​ແກ້​ໄຂ​ ໄພພິບັດ, ​ທຳ​ມະ​ຊາດ​ຢ່າງ​ແທດ​ຈິງ. ທ່ານ​ປະທານ ຫງວຽນ​ທ້ຽນ​ເຍີນ ສະ​ເໜີ ຕ້ອງ​ສ້າງ​ໂຄງການ​ສົມທົບ​ການ​ເຄື່ອນ​ໄຫວ​ໃຈ​ບູນ​ໃຈ​ກຸ້​ສົນ​ລະຫວ່າງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ ສະພາກາ​ແດງ, ​ໂດຍ​ສະ​ເພາະ​ແມ່ນ​ຂະ​ບວນການ “ບູນປີ​ໃໝ່​ເພື່ອ​ຄົນ​ທຸກ​ຍາກ ​ແລະ ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ດີ​ໂອ​ຊີ​ນ”; ຊ່ວຍ​ເຫຼືອ ​ແລະ ບໍລິຈາກ​ເລືອດ​ອາສາ​ສະໝັກ.

        ​ໃນ​ປີ 2013, ມີ​ບາງ​ຂະ​ບວນການ, ບັ້ນ​ຂົນຂວາຍ​ຂອງ​ສະພາກາ​ແດງ ​ໄດ້​ສ້າງ​ເປັນ​ຂີດ​ໝາຍ​ໃນ​ຊີວິດ​ຂອງ​ປະຊາ​ຄົມ​ຢ່າງ​ແຮງ. ດ້ວຍ​ຍອດ​ມູນ​ຄ່າການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ​ບັນລຸ​ກວ່າ 2.700 ຕື້​ດົງ, ປະກອບສ່ວນ​ຊ່ວຍ​ເຫຼືອ​ບັນດາ​ຜູ້​ປະສົບ​ກັບ​ຄວາມ​ຫຍຸ້ງຍາກບື່​ນຕົວ​ຂຶ້ນ​ໃນການ​ດຳລົງ​ຊີວິດ, ປະກອບສ່ວນ​ປະຕິບັດ​ນະ​ໂຍບາຍ​ຮັບປະກັນ​ຊີວິດ​ສັງຄົມ​ຂອງ​ພັກ ​ແລະ ລັດ.