ປະຊາຊົນກ່ວາ 38.600 ເທື່ອຄົນເຂົ້າສຸສານອາໄລຫາປະທານ ໂຮ່ຈີມິນ ເນື່ອງໃນໂອກາດວັນຊາດທີ 2/9

Chia sẻ
(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ຫວຽດນາມ ຄົບຮອບ 73 ປີ (02/09/1945 – 02/09/2018),
ປະຊາຊົນກ່ວາ 38.600 ເທື່ອຄົນເຂົ້າສຸສານອາໄລຫາປະທານ ໂຮ່ຈີມິນ ເນື່ອງໃນໂອກາດວັນຊາດທີ 2/9 - ảnh 1 ປະຊາຊົນກ່ວາ 38.600 ເທື່ອຄົນເຂົ້າສຸສານອາໄລຫາປະທານ ໂຮ່ຈີມິນ ເນື່ອງໃນໂອກາດວັນຊາດທີ 2/9 (ພາບປະກອບ)

ພໍ່ແມ່ພີ່ນ້ອງ, ນັກຮົບທົ່ວປະເທດ, ແຂກທ່ອງທ່ຽວສາກົນເປັນຈຳນວນຫລວງຫລາຍໄດ້ມາຢ້ຽມຢາມສະໜາມຫລວງປະຫວັດສາດ ບາດີງ, ເຂົ້າສຸສານອາໄລຫາປະທານ ໂຮ່ຈີມິນ ເພື່ອສະແດງຄວາມເຄົາລົບນັບຖື, ຄວາມຮູ້ບຸນຄຸນຕໍ່ປະທານ ໂຮ່ຈີມິນ.

        ໃນລະຫວ່າງວັນທີ 01 – 02 ກັນຍາ, ຄະນະຄຸ້ມຄອງສຸສານ ໂຮ່ຈີມິນ ໄດ້ຕ້ອນຮັບແຂກເຂົ້າສຸສານອາໄລຫາ ປະທານ ໂຮ່ຈີມິນ ກ່ວາ 38.600 ເທື່ອຄົນ, ໃນນັ້ນມີແຂກທ່ອງທ່ຽວສາກົນກ່ວາ 1.000 ເທື່ອຄົນ.

        ເຖິງວ່າຈຳນວນແຂກເຂົ້າສຸນສານອາໄລຫາຫລາຍກ່ວາເມື່ອທຽບໃສ່ວັນທຳມະດາກໍ່ຕາມ, ແຕ່ຄະນະຄຸ້ມຄອງສຸສານປະທານ ໂຮ່ຈີມິນ ໄດ້ເປັນເຈົ້າການສົມທົບຢ່າງແໜ້ນແຟ້ນລະຫວ່າງບັນດາກຳລັງໃນກຸ່ມປູຊະນີຍະສະຖານປະຫວັດສາດ - ວັດທະນະທຳ ບາດີງ ແລະ ບັນດາອົງການທີ່ກ່ຽວຂ້ອງຂອງນະຄອນ ຮ່າໂນ້ຍ, ປະຕິບັດວຽກງານກະກຽມເປັນຢ່າງດີ; ຈັດຕັ້ງການຕ້ອນຮັບ, ຮັບໃຊ້ພໍ່ແມ່ປະຊາຊົນ, ແຂກທ່ອງທ່ຽວສາກົນເຂົ້າສຸສານອາໄລຫາ ປະທານ ໂຮ່ຈີມິນ ຢ່າງລອບຄອບຖີ່ຖ້ວນ, ປອດໄພ ແລະ ຢ້ຽມຊົມບັນດາປູຊະນີຍະສະຖານ, ກິດຈະກຳວັດທະນະທຳໃນຂົງເຂດ.

ຕອບກັບ