ກໍ່າປັ່ນ ຈີນ ເຄື່ອນໄຫວຢູ່ ທະເລຕາເວັນອອກ (ພາບ: AFP/TTXVN) |
|
ຟີລິບປິນ ໄດ້ຍື່ນສະເໜີຈົດໝາຍທາງການວ່າດ້ວຍການຄັດຄ້ານ ຕື່ມອີກ 2 ສະບັບ, ໂດຍຖືວ່າ ບັນດາການເຄື່ອນໄຫວຂອງ ຈີນ ຢູ່ທະເລຕາເວັນອອກ ໄດ້ກໍ່ຄວາມຂາດສະຖຽນລະພາບ ແລະ ສົ່ງຜົນເສຍຫາຍຕໍ່ການຊຸກຍູ້ການສ້າງສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ ພ້ອມທັງ ຮຽກຮ້ອງ ປັກກິ່ງ ຕ້ອງເຄົາລົບ UNCLOS 1982.
ໃນປຶ້ມປົກຂຽວການທູດ ປີ 2021 ທີ່ຫາກໍປະກາດຫວ່າງມໍ່ໆມານີ້, ລັດຖະບານ ຍີ່ປຸ່ນ ໄດ້ເນັ້ນໜັກເຖິງຄວາມວິຕົກກັງວົນຕໍ່ການເຄື່ອນໄຫວຂະຫຍາຍການທະຫານຂອງ ຈີນ ກໍຄືບັນດາການເຄື່ອນໄຫວທີ່ນັບມື້ນັບເພີ່ມຂຶ້ນຂອງປະເທດນີ້ ຢູ່ ທະເລຕາເວັນອອກ ແລະ ທະເລຮວາຕຸງ.
ໃນຂະນະນັ້ນ, ສະຫະພາບເອີຣົບ (ອີຢູ) ໄດ້ສະແດງຄວາມວິຕົກກັງວົນຕໍ່ການເຄື່ອນໄຫວຂອງກ່ຳປັ່ນ ຈີນ ຢູ່ເຂດຕ່າງໆໃນທະເລຕາເວັນອອກ ອັນໄດ້ນາບຂູ່ເຖິງສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ. ອີຢູ ຊີ້ແຈ້ງເຖິງການສະໜັບສະໜູນວິວັດການໂດຍ ອາຊຽນ ນຳພາ ແນໃສ່ມຸ່ງໄປເຖິງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ ທະເລຕາເວັນອອກ (COC) ຢ່າງມີປະສິດທິຜົນ, ແທດຈິງ ແລະ ມີລັກສະນະຜູກມັດທາງນິຕິກຳ, ບໍ່ກໍ່ຜົນເສຍຫາຍຕໍ່ຜົນປະໂຫຍດຂອງບັນດາຝ່າຍທີສາມ.