ປະກາດປີທ່ອງທ່ຽວເຂດທົ່ງພຽງ ແມ່ນ້ຳແດງແຫ່ງຊາດ

Chia sẻ

ປະກາດ​ປີ​ທ່ອງ​ທ່ຽວເຂດ​ທົ່ງ​ພຽງ​ແມ່ນ້ຳ​ແດງແຫ່ງ​ຊາດ

ປະກາດປີທ່ອງທ່ຽວເຂດທົ່ງພຽງ ແມ່ນ້ຳແດງແຫ່ງຊາດ - ảnh 1

ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດຖືກ​ຈັດ​ຂຶ້ນ​ຢູ່​ຫຼາຍ​ທ້ອງ​ຖິ່ນ

(ພາບ:diendandautu.vn)

(VOV)-   ພິທີ​ປະກາດປີ​ທ່ອງ​ທ່ຽວ​​ເຂດ​ທົ່ງ​ພຽງ​ແມ່ນ້ຳ​ແດງແຫ່ງ​ຊາດ-ຫາຍ​ຟອງ​ປີ 2013 ດ້ວຍ​ຫົວ​ຂໍ້ “ອະ​ລິ​ຍະ​ທຳ​ແມ່ນ້ຳ​ແດງ“ ຈະ​ຖືກ​ດຳ​ເນີນ​ໃນ​ວັນ​ທີ 6/1/2013 ຢູ່​ນະຄອນ​ຫາຍ​ຟອງ. ນອກຈາກ​ພິທີ​ປະກາດ​ຍັງ​ມີ​ບັນດາ​ການ​ເຄື່ອນ​ໄຫວຂ່ຳນັບ​ຊົມ​ເຊີຍ, ຕອບສະໜອງ​ຄື: ງານ​ບຸນ​ວິຫານ​ຈ້າງ​ຈິ່ງ ລະນຶກ 427 ປີ​ແຫ່ງ​ວັນ​ເຖິງ​ແກ່​ມໍລະນະ​ກຳ​ຂອງ​ນັກ​ວັດທະນະທຳ​ຫງວຽນ​ບິງ​ຄຽມ, ລາຍການ​ຟ້ອນ​ສິງ​ໂຕ… ທີ່​ການ​ປະຊຸມ​ຂອງ​ຄະນະ​ຊີ້​ນຳ, ຄະນະຈັດຕັ້ງປີ​ທ່ອງ​ທ່ຽວ​​ເຂດ​ທົ່ງ​ພຽງ​ແມ່ນ້ຳ​ແດງແຫ່ງ​ຊາດ-ຫາຍ​ຟ່ອງປີ 2013 ຈັດ​ຂຶ້ນ​ໃນ​ວັນ​ທີ 19/12 ຢູ່​ຮ່າ​ໂນ້ຍ, ທ່ານ​ຮ່ວາງ​ຕວນ​ແອ​ງ, ລັດຖະມົນຕີ​ກະຊວງ​ວັດທະນະທຳ, ກິລາ ​ແລະ ການທ່ອງທ່ຽວ​ຫວຽດນາມ ​ເນັ້ນໜັກ​ວ່າ: ບັນດາ​ການ​ເຄື່ອນ​ໄຫວ​ໃນປີ​ທ່ອງ​ທ່ຽວ​ແຫ່ງ​ຊາດຕ້ອງ​ໄດ້​ຮັບ​ການຈັດຕັ້ງບົນ​ຈິດ​ໃຈ​ປະຢັດ, ສ້າງ​ຄວາມ​ປະ​ທັບ​ໃຈ, ດຶງ​ດູດ​ປະຊາຊົນ, ​ແຂກ​ທ່ອງ​ທ່ຽວ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ເຂົ້າຮ່ວມ. ບັນດາ​ແຂວງ, ນະຄອນ​ເຂດ​ທົ່ງ​ພຽງ​ແທ່ນ້ຳ​ແດງ​ຕ້ອງ​ເພີ່ມ​ທະວີ​ການ​ຍົກ​ສູງຄຸນ​ນະພາ​ບ​ຜະລິ​ດຕະພັນ​ການທ່ອງທ່ຽວ​ກ່ວາ​ອີກ, ​ເພີ່ມ​ທະວີ​ການ​ໂຄສະນາ​ສົ່ງ​ເສີມ​ເພື່ອ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ. ຈຸດໝາຍ​ຕົ້ນຕໍ​ໃນປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ແມ່ນ​ດຶງດູດ​ແຂກ​ທ່ອງ​ທ່ຽວ​ພາຍ​ໃນ ​ແລະ ຕ່າງປະ​ເທດ​​ຫຼາຍ​ຄົນ​ມາ​ທ່ອງ​ທ່ຽວ​ເຂດ​ທົ່ງພຽງ​ແມ່ນ້ຳ​ແດງ, ປະກອບສ່ວນ​ເພີ່ມ​ຈຳນວນ​ແຂກ​ທ່ອງ​ທ່ຽວ​ສາກົນ​ມາ​ຫວຽດນາມ ຕື່ມ​ອີກ.