ປຸກ​ລະ​ດົມ​ເດືອນ​ມະ​ນຸດ​ສະ​ທຳ​ປີ 2021 ດ້ວຍ​ຫົວ​ເລື່ອງ “ເພື່ອ​​ວົງ​ຄະ​ນະ​ຍາດ​ປອດ​ໄພ”

Chia sẻ
(VOVWORLD) - ເດືອນມະນຸດສະທຳປີ 2021 ຖືກຜັນຂະຫຍາຍໃນທົ່ວປະເທດແຕ່ວັນທີ 1 ຫາວັນທີ 31 ພຶດສະພາ ໂດຍຈຸດສຸມແມ່ນວັນທີ 8 ແລະ ວັນທີ 19 ພຶດສະພາ.
ປຸກ​ລະ​ດົມ​ເດືອນ​ມະ​ນຸດ​ສະ​ທຳ​ປີ 2021 ດ້ວຍ​ຫົວ​ເລື່ອງ “ເພື່ອ​​ວົງ​ຄະ​ນະ​ຍາດ​ປອດ​ໄພ” - ảnh 1

ປະທານສະພາກາແດງຮ່າໂນ້ຍ ດ່າວຫງອກຈ້ຽວ ກ່າວຄຳເຫັນທີ່ພິທິປຸກລະດົມ (ພາບ:TTXVN)

      ວັນທີ 8 ພຶດສະພາ, ຢູ່ຮ່າໂນ້ຍ, ສູນກາງສະພາກາແດງຫວຽດນາມ ໄດ້ຈັດພິທີ      ປຸກລະດົມເດືອນມະນຸດສະທຳປີ 2021, ສະເຫຼີມສະຫຼອງວັນກາແດງ ແລະ ກາຊິກວົງເດືອນແດງສາກົນ (ຄືວັນທີ 8 ພຶດສະພາ) ດ້ວຍບັນດາການເຄື່ອນໄຫວທີ່ແທດຈິງມຸ່ງໄປເຖິງວົງຄະນະຍາດ.

    ເດືອນມະນຸດສະທຳປີ 2021 ຖືກຜັນຂະຫຍາຍໃນທົ່ວປະເທດແຕ່ວັນທີ 1-31 ພຶດສະພາ ໂດຍຈຸດສຸມແມ່ນວັນທີ 8 ພຶດສະພາ (ຊື່ງແມ່ນວັນເກີດຂອງທ່ານ Henry Dunant ຜູ້ກໍ່ຕັ້ງຂະບວນການກາແດງ ແລະ ກາຊິກວົງເດືອນແດງ ແລະ ກໍ່ແມ່ນວັນກາແດງ ແລະ ກາຊິກວົງເດືອນແດງສາກົນ ແລະ ວັນທີ 19 ພຶດສະພາ (ວັນຄ້າຍວັນເກີດທ່ານປະທາໂຮ່ຈີມິນ-ຜູ້ກໍ່ຕັ້ງ ແລະ ປະທານກິຕິມະສັກທຳອິດຂອງສະພາກາແດງຫວຽດນາມ.

   ດ້ວຍຫົວເລື່ອງ “ເພື່ອວົງຄະນະຍາດປອດໄພ”, ເດືອນມະນຸດສະທຳປີ 2021 ຮຽກຮ້ອງທົ່ວສັງຄົມ ຈົ່ງຮ່ວມແຮງຮ່ວມໃຈສ້າງວົງຄະນະຍາດແຫ່ງສາມັກຄີ, ມີໃຈບຸນໃຈກຸສົນ, ມີສຸຂະພາບແຂງແຮງ, ປອດໄພ.

  ກ່າວຄຳເຫັນທີ່ພິທີປຸກລະດົມ, ທ່ານ ໂດ້ວັນຈຽນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຮຽກຮ້ອງໃຫ້ບັນດາອົງການຈັດຕັ້ງ, ສຳນັກງານ, ວິສາຫະກິດ, ນັກທຸລະກິດຢູ່ພາຍໃນ ແລະ ຕ່າງປະເທດ, ບັນດາຜູ້ມີໃຈບຸນໃຈກຸສົນ ແລະ ປຊຊ ທຸກຊັ້ນຄົນ ຈົ່ງສຶບຕໍ່ພ້ອມກັບສະພາກາແດງຫວຽດນາມ ຮ່ວມແຮງຮ່ວມໃຈຊ່ວຍໜູນຜູ້ທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກໃນສັງຄົມ ໃຫ້ນັບມື້ນັບຫຼາຍ, ແທດຈິງ ແລະ ມີປະສິດທິຜົນກ່ວາອີກ. ທ່ານຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ ສະພາກາແດງຫວຽດນາມ ຈະແມ່ນອົງການທີ່ໜ້າໄວ້ເນື້ອເຊື່ອໃຈ ເພື່ອໃຫ້ບັນດາຜູ້ມີໃຈບຸນໃຈກຸສົນປະກອບທັງທາງດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ບັນດາການເຄື່ອນໄຫວມະນຸດສະທຳ, ປະກອບສ່ວນຫຼາຍກ່ວາອີກເຂົ້າໃນມູນເຊື້ອມະນຸດສະທຳຂອງຊາດ.

ຕອບກັບ