ປີ2015,ທະນາຄານ ແຫ່ງລັດຫວຽດນາມສຸ້ຊົນຍົກລະດັບການຊຳລະຂຶ້ນແຕ່16-18%ແລະສິນເຊື່ອຂຶ້ນ13-15%

Chia sẻ
ຕາມ​ບົດ​ລ​າຍງານ​ຂອງ​ທະ​ນາ​ຄານ​ແຫ່ງ​ລັດ​ແລ້ວ, ຄາດ​ວ່າ​ຮອດ​ທ້າຍ​ປີນີ້, ລະ​ດັບ​ເຕີບ​ໂຕ​ສິນ​ເຊື່ອ​ບັນ​ລຸ​ກ່​ວາ 12%.
ປີ2015,ທະນາຄານ ແຫ່ງລັດຫວຽດນາມສຸ້ຊົນຍົກລະດັບການຊຳລະຂຶ້ນແຕ່16-18%ແລະສິນເຊື່ອຂຶ້ນ13-15% - ảnh 1
ພາບ​ປະ​ກອບ

(vovworld) – ​​​ ປີ 2015, ທະ​ນາ​ຄານ​ແຫ່ງ​ລັດ​ຫວຽດ​ນາມ​ສຸ້​ຊົນ​ຍົກ​ລະ​ດັບ​ການ​ຊຳ​ລະ​​ຂຶ້ນ​ແຕ່ 16 - 18% ແລະ​ ສິນ​ເຊື່ອ​​ຂຶ້ນ 13 - 15% - ນີ້​ແມ່ນ​ແຫຼ່ງ​ຂ່າວ​ໄດ້​ຍົກ​ອອກ​ມາ​ທີ່ກອງ​ປະ​ຊຸມ​ຜັນ​ຂະ​ຫຍາຍ​ໜ້າ​ທີ່​ຂະ​ແໜງ​ທະ​ນ​າ​ຄານ​ປີ 2015, ໂດຍ​ທະ​ນາ​ຄານ​ແຫ່​ງ​ລັດ​ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 24/12, ຢູ່ ຮ່າ​ໂນ້ຍ. ຕາມ​ບົດ​ລ​າຍງານ​ຂອງ​ທະ​ນາ​ຄານ​ແຫ່ງ​ລັດ​ແລ້ວ, ຄາດ​ວ່າ​ຮອດ​ທ້າຍ​ປີນີ້, ລະ​ດັບ​ເຕີບ​ໂຕ​ສິນ​ເຊື່ອ​ບັນ​ລຸ​ກ່​ວາ 12%. ການ​ຊຳ​ລະ​ຂອງ​ອົງ​ການ​ສິນ​ເຊື່ອ​ໄດ້​ຮັບ​ປະ​ກັນ ແລະ ເຫຼືອ​ເຟື່ອ, ກຳ​ໄລ​ໃນ​ຕະຫຼາດ​ເງິນ​ຕາ​ລະ​ຫວ່າງ​ທະ​ນາ​ຄານ​ເປັນ​ປົກ​ກະ​ຕິ. ຜູ້​ວ່າ​ການ​ທະ​ນາ​ຄານ​ແຫ່ງ​ລັດ ຫງວຽນ​ວັນ​ບີ່ງ ຢືນ​ຢັນ​ວ່າ: ເລື່ອງ​ເປັນ​ເຈົ້າ​ການ​ບໍ​ລິ​ຫານ​ນະ​ໂຍ​ບາຍ​ເງິນ​ຕາ​ຕ້ອງ​ລະ​ມັດ​ລະ​ວັງ, ມີ​ໄຫວ​ພິບ ເໝາະ​ສົມ​ກັບ​ຈຸດ​ໝາຍ​ວາງ​ອອກ ແລະ ສະ​ພາບ​​ຕົວ​ຈິງ ໄດ້​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກເປັນ​ປົກ​ກະ​ຕິ ແລະ ຄວບ​ຄຸມ​ພ​ເງິນ​ເຟີ້​ໃຫ້​, ປະ​ກອບ​ສ່ວນ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ລວມ​ຂອງ​ປະ​ເທດ​ຊາດ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ນາ​ງ​ຮອງ​ປະ​ທານ​ປະ​ເທດ ຫງວຽນ​ທິຢ​ວານ, ເນັ້ນ​ໜັກ​ວ່າ: ໃນ​ສະ​ພາບ​ການ​ພື້ນ​ຖາ​ນ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ຊາດ​ພວມ​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງ ແລະ ກ້​ວາງ​ຂ​ວາງ ກັບ​ພື້ນ​ຖານ​ເສດ​ຖະ​ກິດ​ໂລກ​ຄື​ປະ​ຈຸ​ບັນ, ການ​ພັດ​ທະ​ນາ​ຂອງ​ຂະ​ແໜງ​ທະ​ນາ​ຄານ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຕັດ​ສິນ​ຊີ້​ຂາດ​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ. ທ່ານ​ນາ​ງ​ຮອງ​ປະ​ທານ​ປະ​ເທດ ຫງວຽນ​ທິຢ​ວານ, ເນັ້ນ​ໜັກ​ວ່າ:

“ຂ້າ​ພະ​ເຈົ້າ​ສະ​ເໜີ​ໃຫ້​ຂະ​ແໜງ​ທະ​ນາ​ຄານ​ປະ​ຕິ​ບັດ​ການ​ພັດ​ທະ​ນາ​ລະ​ບົບ​ທະ​ນາ​ຄານ​ປີ 2015 ເປັນ​ຢ່າງ​ດີ ຕາມ​ທິດ​ບໍ​ລິ​ຫານ​ນະ​ໂຍບ​າຍ​ການ​ເງິນ​ຢ່າງ​ມີ​ໄຫວ​ພິບ, ມີ​ປະ​ສິດ​ທິ​ຜົນ, ຄວບ​ຄຸມ​ໄພ​ເງິນ​ເຟີ້ເປັນ​ຢ່າງ​ດີ, ເພີ່ມ​ທະ​ວີ​ການ​ຄຸ້ມ​ຄອງ​ຄວາມ​ສ່ຽງ, ກວດ​ກາ​ການ​ຕິດ​ຕ​າມກວດ​ກາ​ຍົກ​ສູງ​ຄຸນ​ນະ​ພາບ​ສິນ​ເຊື່ອ​ປະ​ກອບ​ສ່ວນ​ຮັບ​ປະ​ກັນ​ໃຫ້ເສດ​ຖະ​ກິດ​ມະ​ຫາ​ພາກ​ເຕີບ​ໂຕ​ຢ່າງ​ເໝາະ​ສົມ ແລະ ແກ້​ໄຂ​ໜີ້​ເສຍ​ຕາມ​ວິ​ວັດ​ທະ​ນາ​ການ​ໄດ້​ວາງ​ອອກ​ຢ່າງ​ເດັດ​ຂາດ. ຢາກ​ເຮັດ​ໄດ້​ສິ່ງ​ດັ່ງ​ກ່າວ ຮ​ຽກ​ຮ້ອງ​ໃຫ້​ພະ​ນັກ​ງານ​ທະ​ນາ​ຄານ​ທົ່ວ​ລະ​ບົບ​ຕ້ອງ​ເສີມ​ຂະ​ຫຍາຍຄຸນ​ນະ​ທາດ, ພຸມ​ປັນ​ຍາ​ຂະ​ຫຍັນ​ຂັນ​ເຄື່ອນ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ”