ບຸນ​ເຕັດແຫ່ງ​ຄວາມ​ເມດ​ຕາ 2024: ຈະ​ມີ​ເງິນ​ປະ​ມານ 700 ຕື້ ດົ່ງ ເພື່ອ​ເບິ່ງ​ແຍງ​​ຄົນ​ທຸກ​ຍາກ

Chia sẻ
(VOVWORLD) - ລາຍການບຸນເຕັດແຫ່ງຄວາມເມດຕາ ປີ  2024 ຈະໄດ້ປຸກລະດົມຢ່າງເປັນທາງການ ໃນວັນທີ 22 ພະຈິກ ຢູ່ ວັນໝຽວ - ກວັກຕືຢາມ, ຮ່າໂນ້ຍ, ໃນຂອບເຂດໂຄງການ “ກຳລັງແຮງແຫ່ງມະນຸດສະທຳ” ປີ 2023. ບຸນເຕັດແຫ່ງຄວາມເມດຕາ ປີ 2024 ໂດຍສະພາກາແດງ ຫວຽດນາມ ຜັນຂະຫຍາຍ ຈັດຂຶ້ນຢູ່ທຸກແຂວງ, ນະຄອນຂອງ ຫວຽດນາມ ແຕ່ວັນທີ 20 ມັງກອນ 2024 ຫາວັນທີ 04 ກຸມພາ 2024.
ບຸນ​ເຕັດແຫ່ງ​ຄວາມ​ເມດ​ຕາ 2024: ຈະ​ມີ​ເງິນ​ປະ​ມານ 700 ຕື້ ດົ່ງ ເພື່ອ​ເບິ່ງ​ແຍງ​​ຄົນ​ທຸກ​ຍາກ - ảnh 1(ພາບປະກອບ: hanoimoi.vn)

ທ່ານນາງ ບຸ່ຍທິຮວ່າ, ປະທານສູນກາງສະພາກາແດງ ຫວຽດນາມ, ໃຫ້ຮູ້ວ່າ ໂຄງການດັ່ງກ່າວໄດ້ຈັດຂຶ້ນໃນຂອບເຂດກວ້າງຂວາງ, ແນໃສ່ລະດົມແຫຼ່ງກຳລັງ, ເຊື່ອມຕໍ່ການເຂົ້າຮ່ວມ ແລະ ການປະກອບສ່ວນຂອງວົງຄະນະຍາດ, ປະກອບສ່ວນຊ່ວຍເຫຼືອຜູ້ປະສົບກັບຄວາມຫຍຸ້ງຍາກ ໄດ້ຕ້ອນຮັບບຸນເຕັດ, ຕ້ອນຮັບລະດູບານໃໝ່ດ້ວຍຄວາມເບີກບານມ່ວນຊື່ນ. ສະພາກາແດງ ວາງຄາດໝາຍ ຈະໜູນຊ່ວຍເບິ່ງແຍງດູແລຜູ້ທຸກຍາກ, ຜູ້ທີ່ປະສົບກັບຄວາມຫຍຸ້ງຍາກ, ຜູ້ມີຄວາມສ່ຽງສູງກວ່າເພິ່ນ ດ້ວຍຂອງຂັວນຢ່າງໜ້ອຍສຸດ 1,2 ລ້ານພູດ ລວມມູນຄ່າ 700 ຕື້ດົ່ງ (ປະມານ 29,5 ລ້ານ USD):

        “ນັບແຕ່ຕົ້ນປີ 2023, ບຸນເຕັດແຫ່ງຄວາມເມດຕາ ໄດ້ຈັດຂຶ້ນດ້ວຍຈຸດປະສົງເບິ່ງແຍງເປົ້າໝາຍທີ່ປະສົບກັບຄວາມຫຍຸ້ງຍາກ, ຜູ້ດ້ອຍໂອກາດໃນສັງຄົມ. ຮູບແບບການຈັດຕັ້ງກໍຕ່າງກັບທຸກປີ. ບັນດາເປົ້າໝາຍທີ່ເຂົ້າຮ່ວມບຸນເຕັດແຫ່ງຄວາມເມດຕາ ບໍ່ພຽງແຕ່ໄດ້ຮັບການໜູນຊ່ວຍທາງດ້ານວັດຖູເທົ່ານັ້ນ ຫາກຍັງໄດ້ຮັບການເບິ່ງແຍງທາງດ້ານຈິດໃຈອີກດ້ວຍ, ແລະ ໄດ້ຕ້ອນຮັບບຸນເຕັດໃນບັນຍາກາດແຫ່ງນ້ຳໃຈຄວາມອົບອຸ່ນຂອງທົ່ວສັງຄົມ, ຄວາມເອົາໃຈໃສ່ຂອງການນຳພັກ, ລັດ…”

ຕອບກັບ