ບັນ​ດາ​ວິ​ສາ​ຫະ​ກິດ​ເຄື່ອນ​ໄຫວ​ຢູ່ ຫວຽດ​ນາມ ຕ້ອງ​ປະ​ຕິ​ບັດ​ຕາມ​ກົດ​ໝາຍ ຫວຽດ​ນາມ

Chia sẻ
(VOVWORLD) -ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໄດ້ປະກາດວ່າ ທຸກຮູບແບບການໂຄສະນາເຜີຍແຜ່ ບັນດາເນື້ອໃນທີ່ຜິດກັບຄວາມຈິງປະຫວັດສາດ ແລະ ກົດໝາຍສາກົນ ລ້ວນແຕ່ບໍ່ມີຄຸນຄ່າ, ບໍ່ສາດມາດປ່ຽນແປງໄດ້ຄວາມຈິງແມ່ນ ອະທິປະໄຕ, ອຳນາດອະທິປະໄຕ ແລະ ສິດອຳນາດສານຂອງ ຫວຽດນາມ ຕໍ່ສອງໝູ່ເກາະເຈື່ອງຊາ ແລະ ຮ່ວາງຊາ ກໍ່ຄືຄວາມຈິງກ່ຽວກັບບັນຫາຢູ່ທະເລຕາເວັນອອກ
ບັນ​ດາ​ວິ​ສາ​ຫະ​ກິດ​ເຄື່ອນ​ໄຫວ​ຢູ່ ຫວຽດ​ນາມ ຕ້ອງ​ປະ​ຕິ​ບັດ​ຕາມ​ກົດ​ໝາຍ ຫວຽດ​ນາມ - ảnh 1ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: TTXVN)

ທີ່ການຖະແຫຼງຂ່າວ ນັດສາມັນ ທີ່ໄດ້ດຳເນີນໃນຕອນບ່າຍວັນທີ 8 ເມສາ ຢູ່ ຮ່າໂນ້ຍ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໄດ້ປະກາດວ່າ ທຸກຮູບແບບການໂຄສະນາເຜີຍແຜ່ ບັນດາເນື້ອໃນທີ່ຜິດກັບຄວາມຈິງປະຫວັດສາດ ແລະ ກົດໝາຍສາກົນ ລ້ວນແຕ່ບໍ່ມີຄຸນຄ່າ, ບໍ່ສາດມາດປ່ຽນແປງໄດ້ຄວາມຈິງແມ່ນ ອະທິປະໄຕ, ອຳນາດອະທິປະໄຕ ແລະ ສິດອຳນາດສານຂອງ ຫວຽດນາມ ຕໍ່ສອງໝູ່ເກາະເຈື່ອງຊາ ແລະ ຮ່ວາງຊາ ກໍ່ຄືຄວາມຈິງກ່ຽວກັບບັນຫາຢູ່ທະເລຕາເວັນອອກ.

ໂດຍຕອບສຳພາດຕໍ່ນັກຂ່າວ ກ່ຽວກັບເລື່ອງບັນດາເຄື່ອງໝາຍການຄ້າສາກົນຄື H&M, Gucci, Channel ໄດ້ດັດແປງແຜນທີ່ ໃນເວັບໄຊຂອງເຂົາເຈົ້າ ຕາມຄວາມຮຽກຮ້ອງຕ້ອງການຂອງຈີນ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຢັ້ງຢືນວ່າ:

ຫວຽດນາມ ຮຽກຮ້ອງໃຫ້ບັນດາວິສາຫະກິດເຄົາລົບອະທິປະໄຕຂອງ ຫວຽດນາມ ທີ່ມີຕໍ່ໝູ່ເກາະເຈື່ອງຊາ ແລະ ຮ່ວາງຊາ, ກໍ່ຄືອະທິປະໄຕ, ອຳນາດອະທິປະໄຕ ແລະ ສິດອຳນາດສານ ຂອງ ຫວຽດນາມ ສຳລັບບັນດາເຂດທະເລທີ່ກ່ຽວຂ້ອງຢູ່ ທະເລຕາເວັນອອກ.

ກ່ຽວກັບທັດສະນະຂອງ ຫວຽດນາມ ຕໍ່ເລື່ອງບັນດາປະເທດ, ໃນນັ້ນມີ ອາເມລິກາ ແລະ ບາງສະມາຊິກຂອງ ສະຫະພາບ ເອີລົບ ພວມຢາກເພີ່ມທະວີການເຄື່ອນໄຫວລາດຕະເວນຢູ່ທະເລຕາເວັນອອກ, ທ່ານນາງ ເລທິທູຮັ່ງ ຖືວ່າ:

ຫວຽດນາມ ຮຽກຮ້ອງໃຫ້ບັນດາປະເທດປະກອບສ່ວນເຂົ້າສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ ທະເວຕາເວັນອອກ, ປະຕິບັດກົດໝາຍສາກົນ, UNCLOS 1982, ປະຕິບັດຖະແຫຼງການປີ 2002 ກ່ຽວກັບວິທີການປະພຶດຢູ່ ທະເລຕາເວັນອອກ (DOC), ພິເສດແມ່ນພັນທະລະງັບໃຈ, ບໍ່ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ ສ້າງຄວາມສະດວກໃຫ້ແກ່ວິວັດທະນາການ ເຈລະຈາ ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ມີຜົນສັກສິດຢ່າງມີປະສິດທິຜົນ.

ຕອບກັບ