ບັນດາປະເທດມະຫາອຳນາດເອີລົບຮຽກຮ້ອງໃຫ້ ອີຣານ ກັບຄືນການປະຕິບັດ JCPOA

Chia sẻ
(VOVWORLD) - ວັນທີ 13 ກັນຍາ, ຝລັ່ງ, ອັງກິດ ແລະ ເຢຍລະມັນ - ບັນດາຝ່າຍທີ່ເຂົ້າຮ່ວມຂໍ້ຕົກລົງນິວເຄຼຍອີຣານ ປີ 2015 - ໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບບັນດາການກະທຳລະເມີດຂອງ ເຕເຮຣານ ສຳລັບຂໍ້ຕົກລົງດັ່ງກ່າວ,

 ພ້ອມທັງກະຕຸກຊຸກຍູ້ໃຫ້ ອີຣານ ຮ່ວມມືກັບອົງການພະລັງງານປະລະມານູສາກົນ (IAEA) - ອົງການຕິດຕາມນິວເຄຼຍຂອງສະຫະປະຊາຊາດ. ຖະແຫຼງການຮ່ວມສະບັບທຳອິດຂອງບັນດາປະເທດມະຫາອຳນາດເອີລົບ ພາຍຫຼັງບົດລາຍງານຂອງ IAEA ກ່ອນໜ້ານັ້ນໃນອາທິດດຽວກັນ ໄດ້ຢັ້ນຢືນວ່າ: "ພວກຂ້າພະເຈົ້າສືບຕໍ່ສະໜັບສະໜູນແຜນການກະທຳລວມຮອບດ້ານ (JCPOA) ແລະ ກະຕຸກຊຸກຍູ້ໃຫ້ ອີຣານ ຕ່າວປີ້ນບັນດາການກະທຳລະເມີດ JCPOA, ພ້ອມກັນນັ້ນ ກໍ່ລະງັບທຸກການກະທຳຕໍ່ໄປ". ຄວາມເຄັ່ງຕຶງກ່ຽວກັບບັນຫານິວເຄຼຍອີຣານ ໄດ້ເກີດຂຶ້ນຕື່ມອີກ ພາຍຫຼັງທີ່ທ່ານປະທານາທິບໍດີອາເມລິກາ Donald Trump ຖະແຫຼງຖອນ ອາເມລິກາ ອອກຈາກຂໍ້ຕົກລົງນິວເຄຼຍສາກົນປີ 2015.

ຕອບກັບ