ບັນດານັກເດີນເຮືອ​ເອີຣົບ ຮັບຮອງອະທິປະໄຕຂອງ ຫວຽດນາມ ຢູ່ທະເລຕາເວັນອອກ ນັບແຕ່ສະຕະວັດທີ 16

Chia sẻ
(VOVWORLD) -  ສຳນັກພິມ Fushosha ຂອງ ຍີ່ປຸ່ນ ຫາກໍ່ພິມຈຳໜ່າຍປຶ້ມຫົວໜຶ່ງທີ່ມີຊື່ວ່າ “ສິ່ງຕ່າງໆ ເຊິ່ງຊາວ ຍີ່ປຸ່ນ ພວມມີຄວາມເຂົ້າໃຈຜິດກ່ຽວກັບປະຫວັດສາດຍຸກໃກ້, ຍຸກທັນສະໄໝອາຊີຕາເວັນອອກສ່ຽງໃຕ້” ຂອງທ່ານຮອງສາດສະດາຈານ Kawashima, ອະດີດອາຈານສອນມະຫາວິທະຍາໄລໂຕກຽວ, ຍີ່ປຸ່ນ. 

ໃນນັ້ນ ໄດ້ຍົກອອກ 2 ເອກະສານປະຫວັດສາດສຳຄັນ, ຮັບຮອງອະທິປະໄຕຂອງ ຫວຽດນາມ ຢູ່ທະເລຕາເວັນອອກ ເຊິ່ງບັນດານັກເດີນເຮືອ ເອີຣົບ ຍົກອອກມານັບແຕ່ສະຕະວັດທີ 16.

ບັນດານັກເດີນເຮືອ​ເອີຣົບ ຮັບຮອງອະທິປະໄຕຂອງ ຫວຽດນາມ ຢູ່ທະເລຕາເວັນອອກ ນັບແຕ່ສະຕະວັດທີ 16 - ảnh 1 ແຜນທີ່ India Orientalis (ອິນເດຍ ຕາເວັນອອກ) 

        ໃນນັ້ນ, ແຜນທີ່ “India Orientalis” (ອິນເດຍ ຕາເວັນອອກ) ໂດຍນັກເດີນເຮືອຊາວ ໂຮນລັງ ທີ່ມີຊື່ວ່າ Jodocus Hondius (1563 - 1612) ແຕ້ມແຕ່ສະຕະວັດທີ 16, ລວມທັງ 2 ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ໄດ້ແຕ້ມຕິດຕໍ່ກັນຄືປາຍມີດ ແລະ ໄດ້ຕັ້ງຊື່ລວມແມ່ນ Pracel. ເຂດຝັ່ງທະເລພາກກາງ ຫວຽດນາມ ຢູ່ຕໍ່ໜ້າກັບໝູ່ເກາະດັ່ງກ່າວ ໄດ້ຕັ້ງຊື່ວ່າແມ່ນ Costa de Pracel. ສິ່ງດັ່ງກ່າວ ໄດ້ສະແດງໃຫ້ເຫັນຜູ້ແຕ້ມແຜນທີ່ໄດ້ຢັ້ງຢືນການສະໜິດຕິດພັນລຫວ່າງຜືນແຜນດິນ ຫວຽດນາມ ກັບ Pracel.

        ເອກະສານປະຫວັດສາດທີ 2 ເຊິ່ງນັກຮຽນຮູ້ຊາວ ຍີ່ປຸ່ນ ເຕື້ອງເຖິງແມ່ນແຜນທີ່ “Siam and the Malay Archipelago” ໂດຍ The Times Atlas – Printing House Square ພິມຈຳໜ່າຍຢູ່ ລອນດອນ, ອັງກິດ ໃນປີ 1896. ໃນແຜນທີ່ມີການຈຳແນກຢ່າງຈະແຈ້ງລະຫວ່າງເກາະແຫ່ງຕ່າງໆທີ່ຂຶ້ນກັບ Pracel (ໝູ່ເກາະ ຮ່ວາງຊາ) ກັບບັນດາເກາະຂຶ້ນກັບໝູ່ເກາະ ເຈື່ອງຊາ ແລະ ບັນດາເກາະແຄມຝັ່ງທະເລພາກກາງ ຫວຽດນາມ ທີ່ມີຊື່ເອີ້ນຢ່າງຈະແຈ້ງ. ພິເສດ, ໃນໝູ່ເກາະ ເຈື່ອງຊາ ມີເກາະບາງແຫ່ງໄດ້ຂຽນຊື່ດ້ວຍພາສາ ຫວຽດ ຄືເກາະ ທິຕື໊, ເກາະ ລວາຍຕາ ເຊິ່ງສະແດງໃຫ້ເຫັນ ຊາວ ຫວຽດນາມ ໄດ້ຄຸ້ມຄອງ, ຕັ້ງຊື່ໃຫ້ບັນດາເກາະດັ່ງກ່າວ ແລະ ບັນດານັກແຕ້ມແຜນທີ່ ເອີຣົບ ໄດ້ຮັບຮອງ ແລະ ຂຽນຊື່ພາສາ ຫວຽດ ໃສ່ແຜນທີ່.

ບັນດານັກເດີນເຮືອ​ເອີຣົບ ຮັບຮອງອະທິປະໄຕຂອງ ຫວຽດນາມ ຢູ່ທະເລຕາເວັນອອກ ນັບແຕ່ສະຕະວັດທີ 16 - ảnh 2 ແຜນທີ່ “Siam and the Malay Archipelago” ໂດຍ The Times Atlas – Printing House Square ພິມຈຳໜ່າຍຢູ່ ລອນດອນ, ອັງກິດ ໃນປີ 1896

        ສຳລັບ 2 ເອກະສານປະຫວັດສາດສຳຄັນນີ້, ທ່ານຮອງສາດສະດາຈານ Kawashima ໄດ້ຢັ້ງຢືນການຖະແຫຼງປະກາດອະທິປະໄຕຂອງ ຈີນ ຢູ່ທະເລຕາເວັນອອກ ແມ່ນໄຮ້ເຫດຜົນ ເມື່ອສະໄໝລາດຊະວົງຊິງ, ລາດຊະວົງແທງຂອງ ຈີນ ປະຕິບັດນະໂຍບາຍປິດປະຕູ ແລະ ຫ້າມປະຊາຊົນປະເທດຕົນຂີ່ເຮືອໄປຕ່າງປະເທດ. ໃນຂະນະນັ້ນ, ກໍ່ໃນສະໄໝນີ້, ບັນດານັກເດີນເຮືອ ເອີຣົບ ໄດ້ຮັບຮອງອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ./.

ຕອບກັບ