ນາຍົກລັດຖະມົນຕີຫງວຽນເຕີນຢູ້ງຖະຫວາຍທູບທຽນອາໄລຫາປະທານໂຮ່ຈີມິນ

Chia sẻ
ເນື່ອງ​ໃນ​ໂອ​ກາດ​ບຸນ​ເຕັດ​ປີ​ມະ​ແມ 2015, ຕອນ​ເຊົ້າ​ວັນ​ທີ 14/2, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ໄດ້​ຖະ​ຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ປະ​ທານ ໂຮ່​ຈີ​ມິນ ຢູ່​ເຮືອນ​ເລກ​ທີ 67
ນາຍົກລັດຖະມົນຕີຫງວຽນເຕີນຢູ້ງຖະຫວາຍທູບທຽນອາໄລຫາປະທານໂຮ່ຈີມິນ - ảnh 1
ນາຍົກລັດຖະມົນຕີຫງວຽນເຕີນຢູ້ງຖະຫວາຍທູບທຽນ
ອາໄລຫາປະທານໂຮ່ຈີມິນ

(vovworld) – ເນື່ອງ​ໃນ​ໂອ​ກາດ​ບຸນ​ເຕັດ​ປີ​ມະ​ແມ 2015, ຕອນ​ເຊົ້າ​ວັນ​ທີ 14/2, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ໄດ້​ຖະ​ຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ປະ​ທານ ໂຮ່​ຈີ​ມິນ ຢູ່​ເຮືອນ​ເລກ​ທີ 67 ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ທານ ໂຮ່​ຈີ​ມິນ ທີ່​ສຳ​ນັກ​ງານ​ປະ​ທານ​ປະ​ເທດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ໄດ້​ສະ​ແດງ​ຄວາມ​ເຄົາ​ລົບ​ນັບ​ຖື​ຕໍ່​ວິນ​ຍານ​ຂອງ​ປະ​ທານ ໂຮ່​ຈີ​ມິນ, ອາ​ໄລ​ຫາ​ເຖິງ​ຄຸນ​ງາມ​ຄວາມ​ດີ​​ທີ່​ຍິ່ງໃຫຍ່​ຂອງ​ເພິ່ນທີ່​ມີ​ຕໍ່​ພາ​ລະ​ກິດ​ຕໍ່​ສູ້​ປົດ​ປ່ອຍ​ຊາດ, ສ້າງ​ສາ​ປະ​ເທດ​ຊາດ. ເມື່ອ​ໂອ້​ລົມ​ກັບ​ພະ​ນັກ​ງານ, ລັດ​ຖະ​ກອນ​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວັງ​ວ່າ: ພະ​ນັກ​ງານ, ລັດ​ຖະ​ກອນ​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ສືບ​ຕໍ່​ມາ​ນະ​ພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ໃນ​ການ​ຮັກ​ສາ, ​ບັນ​ດາ​ວັດ​ຖຸ​ພັນ​ຂອງ​ປະ​ທານ ໂຮ່​ຈີ​ມິນ ເປັນ​ຢ່າງ​ດີ​ເພື່ອ​ສືບ​ທອດ​ໃຫ້​ຄົນ​ລຸ້ນຫຼັງ, ພ້ອມ​ທັງ​ປະ​ຕິ​ບັດ​ວຽກ​ງານ​ແນ​ະ​ນຳກ່ຽວ​ກັບ​ຊີ​ວິດ ແລະ ພາ​ລະ​ກິດ​ຂອງ​ປະ​ທານ ໂຮ່​ຈີ​ມິນ ​ເຖິງປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ ແລະ ເພື່ອນ​ມິດ, ແຂກ​ທ່ອງ​ທ່ຽວ​ສາ​ກົນ​ ໃຫ້​ດີ​ກ່ວ​າ​ອີກ.