ນາຍົກລັດຖະມົນຕີສົ່ງສານເນື່ອງໃນໂອກາດ10ປີແຫ່ງເຫດການຂຶ້ນຟອງຢັກມະຫາສະໝຸດອິນດູຈີນ

Chia sẻ
ກະ​ຊວງ​ການ​ຕ່າງ​ປະ​ເທດ ໄທ ຈັດ​ຕັ້ງ​​ລະ​ນຶກ 10 ປີ​ແຫ່ງ​ເຫດ​ການ​​ເກີດ​ຄື້ນຢັກມະ​ຫາ​ສະ​ໝຸດ​ອິນ​ດູ​ຈີນ ດ້ວຍ​ຫົວ​ຂໍ້ “10...
ນາຍົກລັດຖະມົນຕີສົ່ງສານເນື່ອງໃນໂອກາດ10ປີແຫ່ງເຫດການຂຶ້ນຟອງຢັກມະຫາສະໝຸດອິນດູຈີນ - ảnh 1
ພາບ​ປະ​ກອບ

(vovworld) – ​ກະ​ຊວງ​ການ​ຕ່າງ​ປະ​ເທດ ໄທ ຈັດ​ຕັ້ງ​​ລະ​ນຶກ 10 ປີ​ແຫ່ງ​ເຫດ​ການ​​ເກີດ​ຄື້ນຢັກມະ​ຫາ​ສະ​ໝຸດ​ອິນ​ດູ​ຈີນ ດ້ວຍ​ຫົວ​ຂໍ້ “10 ປີ​ອາ​ໄລ​ຫາ​ເຫດ​ການ​​ເກີດ​ຄື້ນ​ຢັກ ມະ​ຫາ​ສະ​ໝຸດ ອິນ​ດູ​ຈີນ” ໃນ​ວັນ​ທີ 26 – 27/12/2014 ຢູ່​ແຂວງ ​ພັງ​ງາ, ປະ​ເທດ​ໄທ.

    ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ເຕີນ​ຢູ້ງ ໄດ້​ສົ່ງ​ສານ​ເຖິງ​ພິ​ທີລະນຶກນີ້​ດ້ວຍ​ເນື້ອ​ໃນ​ທີ່​ວ່າ: “ລັດ​ຖະ​ບານ ແລະ ປະ​ຊາ​ຊົນ ຫວຽດ​ນາມ ຂໍ​ແບ່ງ​ປັນ ຄວາມ​ເສຍ​ຫາຍ​ກັບ​ລັດ​ຖະ​ບານ, ປະ​ຊາ​ຊົນ ໄທ ແ​ລະ ບັນ​ດາ​ປະ​ເທດ​​ຕ່າງໆ​ກ່ຽວ​ກັບ​ ​ ໄພ​ພິ​ບັດ​ໂດຍ​ຄື້ນ​ຢັກ​ກໍ່​ຂຶ້ນກ່ອນນີ້ 10 ປີ​ ແລະ ຕີ​ລາ​ຄາ​ສູງ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ອັນ​ໃຫຍ່ຫຼວງ​ໃນ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ. ນີ້ກໍ່​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ພວກ​ເຮົາ​ພ້ອມ​ກັນ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ປ້ອງ​ກັນ, ຕ້ານ​ໄພ​ພິ​ບັດ​ທຳ​ມະ​ຊາດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ”.