ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກວດກາວຽກງານກຽມພ້ອມສູ້ຮົບຂອງຕຳຫລວດແຂວງ ດັກນົງ

Chia sẻ
(VOVWORLD) - ສືບຕໍ່ປາບປາມອາດຊະຍາກຳຕັດໄມ້, ບຽດຢຶດດິນປ່າຢ່າງຜິດກົດໝາຍ, ອາດຊະຍາກຳຂ້າມຊາຍແດນ.
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກວດກາວຽກງານກຽມພ້ອມສູ້ຮົບຂອງຕຳຫລວດແຂວງ ດັກນົງ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບຕຳຫລວດແຂວງ ດັກນົງ

ຕອນເຊົ້າວັນທີ 14 ມັງກອນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ລົງຢ້ຽມຢາມ, ປຸກລະດົມກຳລັງໃຈ ແລະ ກວດກາວຽກງານກຽມພ້ອມສູ້ຮົບຂອງຕຳຫລວດແຂວງ ດັກນົງ, ກົມກອງຫຼັກແຫຼ່ງທີ່ປະຕິບັດໜ້າທີ່ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍສັງຄົມໃນບໍລິເວນແຂວງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຊີ້ນຳຕຳຫລວດແຂວງວ່າ ຍາມໃດກໍ່ຖືເລື່ອງຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພສັງຄົມແມ່ນໜ້າທີ່ການເມືອງແຖວໜ້າ, ເປັນຕົ້ນແມ່ນຢູ່ເຂດໄຕງວຽນເວົ້າລວມ ແລະ ແຂວງ ດັກນົງ ເວົ້າສະເພາະ; ສືບຕໍ່ປາບປາມອາດຊະຍາກຳຕັດໄມ້, ບຽດຢຶດດິນປ່າຢ່າງຜິດກົດໝາຍ, ອາດຊະຍາກຳຂ້າມຊາຍແດນ.

        ຕອນບ່າຍວັນທີ 14 ມັງກອນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນແຂວງ ດັກນົງ ແລະ ຕອນຄ່ຳວັນດຽວກັນຈະເຂົ້າຮ່ວມງານບຸນວັດທະນະທຳແຜ່ນແພພື້ນເມືອງ ຫວຽດນາມ ຢູ່ ດັກນົງ

ຕອບກັບ