ນາຍົກລັດຖະມົນຕີ ຟ້າມມິງຈິງ ເດີນທາງກັບມາຮອດຮ່າໂນ້ຍ, ສິ້ນສຸດການເຄື່ອນໄຫວຢ້ຽມຢາມ UAE ແລະ ຕວກກີ ຢ່າງຈົບງາມ

Chia sẻ
(VOVWORLD) - ໃນ 5 ວັນທີ່ເຄື່ອນໄຫວຢ້ຽມຢາມຢູ່ UAE ແລະ ຕວກກີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ມີການເຄືອ່ນໄຫວຫຼາຍຢ່າງທັງຫຼາຍຝ່າຍ ແລະ ສອງຝ່າຍ. ທ່ານນາຍົກລັດຖະມົນຕີ ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ບັນດາກອງປະຊຸມ, ເຫດການຂອງ COP28
ນາຍົກລັດຖະມົນຕີ ຟ້າມມິງຈິງ ເດີນທາງກັບມາຮອດຮ່າໂນ້ຍ, ສິ້ນສຸດການເຄື່ອນໄຫວຢ້ຽມຢາມ UAE ແລະ ຕວກກີ ຢ່າງຈົບງາມ - ảnh 1ພາບປະກອບ

ຕອນຄ່ຳວັນທີ 3 ທັນວາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງກັບມາຮອດຮ່າໂນ້ຍ, ສິ້ນສຸດການເຄື່ອນໄຫວຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດເຄື່ອນໄຫວດິນຟ້າອາກາດໂລກ ໃນຂອບເຂດກອງປະຊຸມຄັ້ງທີ 28 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP28), ສົມທົບກັນເຄື່ອນໄຫວສອງຝ່າຍຢູ່ ສະຫະລັດ ອາຣັບ ເອມີເລັດ (UAE) ແລະ ຢ້ຽມຢາມ ຕວກກີ ຢ່າງເປັນທາງການ ແຕ່ວັນທີ 29 ພະຈິກ ຫາວັນທີ 3 ທັນວາ.

        ໃນ 5 ວັນທີ່ເຄື່ອນໄຫວຢ້ຽມຢາມຢູ່ UAE ແລະ ຕວກກີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ມີການເຄືອ່ນໄຫວຫຼາຍຢ່າງທັງຫຼາຍຝ່າຍ ແລະ ສອງຝ່າຍ. ທ່ານນາຍົກລັດຖະມົນຕີ ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ບັນດາກອງປະຊຸມ, ເຫດການຂອງ COP28; ມີບັນດາການພົບປະ, ເຮັດວຽກກັບການນຳບັນດາປະເທດ, ອົງການສາກົນ, ວິສາຫະກິດແຖວໜ້າຢູ່ພາກພື້ນ ແລະ ໂລກ. ທ່ານນາຍົກລັດຖະມົນຕີ ກໍ່ພົບປະຂັ້ນສູງ, ເຂົ້າຮ່ວມບັນດາກອງປະຊຸມ, ເວທີປາໄສຫຼາຍຝ່າຍກັບ UAE, ຕວກກີ.

        ບັນດາການເຄື່ອນໄຫວເຮັດວຽກຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເປັນການຢັ້ງຢືນຄຳໝັ້ນສັນຍາຂອງ ຫວຽດນາມ ໃນການຮ່ວມແຮງຮ່ວມໃຈພ້ອມກັບປະຊາຄົມສາກົນ ໃນການແກ້ໄຂບັນດາບັນຫາທີ່ມີລັກສະນະທົ່ວໂລກ, ລະອຽດ ແມ່ນຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ການໄປປະຕິບັດງານກໍ່ຊຸກຍູ້ໄລຍະຮ່ວມມື, ພັດທະນາໃໝ່ກັບບັນດາປະເທດ ຕາເວັນອອກກາງ, ພິເສດແມ່ນໃນຂົງເຂດ ການຄ້າ, ການລົງທຶນ.

ຕອບກັບ