ນະຄອນ ໂຮ່ຈີມິນ ມີກຳລັງດຶງດູດຢ່າງແຮງກັບບັນດານັກລົງທຶນ ອົດສະຕາລີ

Chia sẻ
(VOVWORLD) - ຢູ່ນະຄອນ Sydney, ຄະນະໄດ້ເຂົ້າຢ້ຽມຂ່ຳນັບທ່ານນາງ Margaret Beazley, ຜູ້ວ່າການລັດ New South Wales ແລະ ທ່ານ Chris Minns, ຫົວໜ້າຫ້ອງວ່າການລັດ New South Wales.
ນະຄອນ ໂຮ່ຈີມິນ ມີກຳລັງດຶງດູດຢ່າງແຮງກັບບັນດານັກລົງທຶນ ອົດສະຕາລີ - ảnh 1ການເຮັດວຽກລະຫວ່າງສອງຝ່າຍ
(ພາບ:Việt Nga/VOV-Australia)

ຄະນະຜູ້ແທນຂອງນະຄອນ ໂຮ່ຈີມິນ ໂດຍທ່ານ ຟານວັນໝາຍ, ປະທານຄະນະກຳມະການປະຊາຊົນນະຄອນນຳໜ້າ, ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ອົດສະຕາລີ ແຕ່ວັນທີ 13 – 18 ພຶດສະພາ.

        ຢູ່ນະຄອນ Sydney, ຄະນະໄດ້ເຂົ້າຢ້ຽມຂ່ຳນັບທ່ານນາງ Margaret Beazley, ຜູ້ວ່າການລັດ New South Wales ແລະ ທ່ານ Chris Minns, ຫົວໜ້າຫ້ອງວ່າການລັດ New South Wales. ບັນດາການນຳລັດ New South Wales ລ້ວນແຕ່ສະແດງຄວາມປະທັບໃຈຕໍ່ການພັດທະນາຂອງ ນະຄອນໂຮ່ຈີມິນ ແລະ ສະໜັບສະໜູນລັດ New South Wales ແລະ ນະຄອນ ໂຮ່ຈີມິນ ເພີ່ມທະວີການຮ່ວມມືກ່ວາອີກໃນບັນດາຂົງເຂດຄື: ການຫັນເປັນດີຈີຕອນ, ວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ ແລະ ການເຕີບໂຕສີຂຽວ.

          ໃນຂອບເຂດແຜນການເຮັດວຽກຢູ່ລັດ New South Wales, ວັນທີ 14 ພຶດສະພາ, ຄະນະໄດ້ເຂົ້າຮ່ວມກອງປະຊຸມໂຕະມົນວິສາຫະກິດລະຫວ່າງນະຄອນ ໂຮ່ຈີມິນ ແລະ ລັດ New South Wales ແລະ ພົບປະກັບນັກລົງທຶນຈຳນວນໜຶ່ງທີ່ຢາກຊອກຫາໂອກາດຮ່ວມມືກັບນະຄອນ. ວິສາຫະກິດ ອົດສະຕາລີ ກ່ວາ 150 ແຫ່ງ ໄດ້ເຂົ້າຮ່ວມ, ໃນນັ້ນ, ມີຫຼາຍວິສາຫະກິດເຄື່ອນໄຫວໃນຂົງເຂດການສຶກສາ, ເຕັກໂນໂລຊີ, ການແພດ, ການເງິນ… ທີ່ເຫດການ, ນັກທຸລະກິດ ອົດສະຕາລີ ຫຼາຍທ່ານໄດ້ຕີລາຄາສູງສະພາບແວດລ້ອມດຳເນີນທຸລະກິດຢູ່ ຫວຽດນາມ ເວົ້າລວມ ແລະ ໃຫ້ຮູ້ວ່າຈະເປີດກ້ວາງການເຄື່ອນໄຫວ ດຳເນີນທຸລະກິດຢູ່ນະຄອນ ໂຮ່ຈີມິນ ໃນໄລຍະຈະມາເຖິງ.

ຕອບກັບ