ນະ​ຄອນ ໂຮ່​ຈີ​ມິນ ຕີ​ລາ​ຄາ​ສູງ ບັນ​ດາ​ການ​ປະ​ກອບ​ສ່ວ​ນ​ທີ່ແທດ​ຈິງ​ຂອງ EU ໃຫ້​ແກ່​ການ​ພັດ​ທະ​ນາ

Chia sẻ
(VOVWORLD) - ທ່ານເອກອັກຄະລັດຖະທູດ Julien Guerrier ຫົວໜ້າຄະນະຜູ້ຕາງໜ້າ ສະຫະພາບ ເອີລົບ ຢູ່ ຫວຽດນາມ ເນັ້ນໜັກວ່າ ໃນ 35 ປີຜ່ານມາ, EU ແລະ ຫວຽດນາມ ໄດ້ຮຽງບ່າຮຽງໄຫຼ່ ແລະ ພ້ອມກັນບັນລຸໄດ້ຜົນສຳເລັດຫຼາຍຢ່າງ.
ນະ​ຄອນ ໂຮ່​ຈີ​ມິນ ຕີ​ລາ​ຄາ​ສູງ ບັນ​ດາ​ການ​ປະ​ກອບ​ສ່ວ​ນ​ທີ່ແທດ​ຈິງ​ຂອງ EU ໃຫ້​ແກ່​ການ​ພັດ​ທະ​ນາ - ảnh 1ທ່ານຮອງປະທານຄະນະກຳມະການປະຊາຊົນ ນະຄອນ ໂຮ່ຈີມິນ ເຢືອງແອັງດຶກ ແລກປ່ຽນ ກັບທ່ານ Julien Guerrier, ຫົວໜ້າຄະນະຜູ້ຕາງໜ້າ ສະຫະພາບ ເອີລົບ ປະຈຳ ຫວຽດນາມ (ພາບ: Thanhuytphcm.vn)

ນະຄອນໂຮ່ຈີມິນ ຍາມໃດກໍ່ເຄົາລົບນັບຖື ແລະ ຕີລາຄາສູງ ບັນດາການປະກອບສ່ວນທີ່ແທດຈິງ ຂອງບັນດາປະເທດ ສະມາຊິກ ສະຫະພາບ ເອີລົບ (EU) ໃນວິວັດການພັດທະນາຂອງ ນະຄອນ, ທ່ານ ເຢືອງແອັງດຶກ, ຮອງປະທານ ຄະນະກຳມະການປະຊາຊົນ ນະຄອນ ໂຮ່ຈີມິນ ເນັ້ນໜັກຄືດັ່ງກ່າວ ທີ່ພິທີສະເຫຼີມສະຫຼອງ ວັນເອີຣົບ ໂດຍ ຄະນະຜູ້ຕາງໜ້າ ສະຫະພາບ ເອີລົບປະຈຳ ຫວຽດນາມ ຈັດຂຶ້ນໃນວັນທີ 16 ພຶດສະພາ.

ການນຳນະຄອນ ໂຮ່ຈີມິນ ປາດຖະໜາວ່າ ໃນໄລຍະຈະມາເຖິງ ບັນດາຄູ່ຮ່ວມມືເອີລົບຈະຮ່ວມມືກັບນະຄອນໃນຫຼາຍຂົງເຂດສຳຄັນຄື: ການຫັນປ່ຽນສີຂຽວ, ການຫັນເປັນດີຈີຕອນ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ນະວັດຕະກຳ… ທາງນະຄອນ ກໍ່ປາດຖະໜາ ຢາກ ໃຫ້ອຳນາດການປົກຄອງ ແລະ ວິສາຫະກິດ ບັນດາປະເທດ EU ເຂົ້າຮ່ວມ, ປະກອບສວ່ນໃຫ້ແກ່ບັນດາໂຄງການພັດທະນາສູນການເງິນສາກົນ - ສູນນະວັດຕະກຳ ຢູ່ນະຄອນ, ສ້າງພື້ນຖານໂຄງລ່າງແບບຍືນຍົງ, ຫຼຸດຜ່ອນການປ່ອຍອາຍກາກບອນ, ຜະລິດພະລັງງານທົດແທນ ແລະ ພັດທະນາພື້ນຖານເສດຖະກິດໝູນວຽນ.

ທີ່ພິທີ, ທ່ານເອກອັກຄະລັດຖະທູດ Julien Guerrier ຫົວໜ້າຄະນະຜູ້ຕາງໜ້າ ສະຫະພາບ ເອີລົບ ຢູ່ ຫວຽດນາມ ເນັ້ນໜັກວ່າ ໃນ 35 ປີຜ່ານມາ, EU ແລະ ຫວຽດນາມ ໄດ້ຮຽງບ່າຮຽງໄຫຼ່ ແລະ ພ້ອມກັນບັນລຸໄດ້ຜົນສຳເລັດຫຼາຍຢ່າງ. ທ່ານເອກອັກຄະລັດຖະທູດ ໄດ້ສະແດງຄວາມເຊື່ອໝັ້ນຕໍ່ການພັດທະນາໃນການພົວພັນສອງຝ່າຍ EU – ຫວຽດນາມ, ປະກອບສ່ວນເຂົ້າໃນການປະຕິບັດເປົ້າໝາຍຂອງ ຫວຽດນາມ ກາຍເປັນປະເທດພັດທະນາໃນປີ 2045, ບັນລຸການປ່ອຍອາຍພິດລົງລະດັບ 0 ໃນປີ 2050, ສຸມໃສ່ລັກສະນະຍືນຍົງ ແລະ ກວມລວມ.

ຕອບກັບ