ນັກສິລະປິນ, ປັນຊາຊົນນະຄອນຫລວງຮ່າໂນ້ຍມຸ່ງໄປເຖິງທະເລໝູ່ເກາະຂອງປະເທດຊາດ

Chia sẻ
(vovworld)- “ນັກ​ສິລະ​ປິນ, ປັນຍາ​ຊົນ​ນະຄອນຫລວງ ຮ່າ​ໂນ້ຍ ກັບ​ອະທິ​ປະ​ໄຕ​ເຂດ​ທະ​ເລ​ໝູ່​ເກາະ​ຫວຽດນາມ”

ນັກສິລະປິນ, ປັນຊາຊົນນະຄອນຫລວງຮ່າໂນ້ຍມຸ່ງໄປເຖິງທະເລໝູ່ເກາະຂອງປະເທດຊາດ - ảnh 1
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ
ພາບ:baomoi.com


(vovworld)- “ນັກ​ສິລະ​ປິນ, ປັນຍາ​ຊົນ​ນະຄອນຫລວງ ຮ່າ​ໂນ້ຍ ກັບ​ອະທິ​ປະ​ໄຕ​ເຂດ​ທະ​ເລ​ໝູ່​ເກາະ​ຫວຽດນາມ” ​ແມ່ນ​ຫົວ​ເລື່ອງ​ຂອງ​ກອງ​ປະຊຸມ​ສຳ​ມະ​ນາ ​ໂດຍ​ສະຫະພັນ​ສິລະ​ປະ​ວັນນະຄະດີ ຮ່າ​ໂນ້ຍ ​ແລະ ຫນັງສືພິມ ຊາວ​ຮ່າ​ໂນ້ຍ ຈັດ​ຕັ້ງ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 25/6. ບັນດາ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ ​ລ້ວນ​ແຕ່​ຄັດຄ້ານ​ການ​ກະທຳ​ທີ່​ຜິດພາດ​ຂອງ​ຈີນ, ​ເປັນ​ຕົ້ນ​ແມ່ນ​ການ​ກະທຳ​ໃຊ້​ຄວາມ​ຮຸ​ນ​ແຮງ​ຂອງ​ບັນດາ​ກຳ​ປັ່ນ​ຈີນ ທີ່​ຕຳ​ໃສ່, ສີດ​ນ້ຳ​ຂະຫນາດ​ແຮງ​ໃສ່​ກຳ​ປັ່ນ​ຕຳຫລວດ​ທະ​ເລ​, ກຳລັງ​ກວດກາ​ການ​ປະມົງ​ຂອງ​ຫວຽດນາມ ພວມ​ປະຕິບັດ​ຫນ້າ​ທີ່ຢູ່​ທະ​ເລ, ຕຳ​ກຳ​ປັ່ນ​ຫາ​ປາ​ຂອງ​ຫວຽດນາມ​​ໃຫ້​ຈົມ​ນ້ຳ. ສິ້ນ​ສຸດ​ກອງ​ປະຊຸມ​ສຳ​ມະ​ນາ, ສະຫະພັນ​ສິລະ​ປະ​ວັນນະຄະດີ ຮ່າ​ໂນ້ຍ ​ໄດ້​ອອກ​ຖະ​ແຫລ​ງການ​ຄັດຄ້ານ​ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ຢ່າງ​ຜິດ​ກົດໝາຍ​ຢູ່​ເສດຖະກິ​ດຈຳ​ເພາະ ​ແລະ ​ເຂດ​ໄຫລ່​ທະວີບ​ຂອງ​ຫວຽດນາມ ​ພ້ອມ​ທັງ​ຮຽກຮ້ອງ​ຈີນ ຖອນ​ຮ້ານ​ເຈາະ​ນ້ຳມັນ ​ແລະ ບັນດາ​ກຳ​ປັ່ນ​ຄຸ້ມ​ຊູ​ອອກ​ຈາກ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ເຂດ​ໄຫລ່​ທະວີບ​ຂອງ​ຫວຽດນາມ.