ນັກສຶກສາຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເຂົ້າຮ່ວມການພົບປະ ແລກປ່ຽນຢູ່ແຂວງແທງຮວາ

Chia sẻ
(vovworld)-   ​ຕອນ​ບ່າຍວັນ​ທີ 18/7,  ຢູ່​ແຂວງ​ແທງ​ຮວາ ​ໄດ້​ດຳ​ເນີນ​ງານພົບ​ປະ​ແລກປ່ຽນ​ມິດຕະພາບລະຫວ່າງ​ຊາວ​ໜຸ່ມ, ນັກ​ສຶກສາ​​ແຂວງ​ແທງ​ຮວາ ກັບຊາວ​ໜຸ່ມ ນັກ​ສຶກສາ​​ຊາວ​ຫວຽດນາມ​ ອາ​ໄສ​ຢູ່ 25 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ​ໃນ​ໂລກ ລວມ 200 ຄົນ

ນັກສຶກສາຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເຂົ້າຮ່ວມການພົບປະ ແລກປ່ຽນຢູ່ແຂວງແທງຮວາ - ảnh 1
(ພາບປະກອບ:
vietnamplus.vn)

(vovworld)-   ​ຕອນ​ບ່າຍວັນ​ທີ 18/7,  ຢູ່​ແຂວງ​ແທງ​ຮວາ ​ໄດ້​ດຳ​ເນີນ​ງານພົບ​ປະ​ແລກປ່ຽນ​ມິດຕະພາບລະຫວ່າງ​ຊາວ​ໜຸ່ມ, ນັກ​ສຶກສາ​​ແຂວງ​ແທງ​ຮວາ ກັບຊາວ​ໜຸ່ມ ນັກ​ສຶກສາ​​ຊາວ​ຫວຽດນາມ​ ອາ​ໄສ​ຢູ່ 25 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ​ໃນ​ໂລກ ລວມ 200 ຄົນ ຊື່​ງພວມ​ເຂົ້າຮ່ວມ​ຄ້າຍ​ພັກແລ້ງ​ຫວຽດນາມ ປີ 2013. ບັນດາ​ຊາວ​ໜຸ່ມ, ນັກ​ສຶກສາ ​ໄດ້​ສະ​ແດງ​ບັນດາ​ລາຍການ​ສະ​ແດງສິລະ​ປະ​ທີ່​ເຂັ້ມຂົ້ນ​ໄປ​ດ້ວຍ​ສີສັນ​ຊາດ ​ແລະ ຈັດຕັ້ງການ​ເຄື່ອນ​ໄຫວ​ລະ​ຫຼິ້ນຕ່າງໆ. ​ໃນ​ຕອນ​ເຊົ້າຂອງ​ວັນ​ດຽວ​ກັນ, ຊາວ​ໜຸ່ມ ນັກ​ສຶກສາ​​ຊາວ​ຫວຽດນາມ ​ອາ​ໄສຕ່າງປະ​ເທດ 200 ຄົນ​ໄດ້​​ໄປ​ຖະຫວາຍ​ທູບ​ທຽນບູຊາ​ຢູ່​ເຂ​ດປູ​ສະ​ນີຍະສະ​ຖານ​ປະຫວັດສາດ​ລາມ​ກີ​ງ ​ເມືອງ​ທໍ້​ຊວນ ​ແລະ ​ໄປ​ຢ້ຽມຢາມ​ກ​ຳແພງ​ສະ​ໄໝ​ລາຊະວົງ​ໂຮ່ ຢູ່​ເມືອງ​ຫວິ້ງ​ໂຫຼກ…

  ລາຍການ​ດັ່ງກ່າວ​ນອນ​ໃນ​ຂອບ​ເຂດ​ລາຍການ ”ຄ້າຍ​ພັກ​ແລ້ງ​ຫວຽດນາມ ປີ 2013”  ດ້ວຍ​ຫົວ​ເລື່ອງ ”10 ປີ​ແຫ່ງວັນ​ອ່ວນໜ້າ​ເທືອ​ຫາກົກ​ເຄົ້າ​ເຫງົ້າກໍ” ​ໂດຍ ຄະນະ​ກຳມະການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ (ສັງກັດ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ) ສົມທົບ​ກັບ​ສູນ​ກາງ​ຄະນະ​ຊາວ​ໜຸ່ມ​ກອງ​ມູນິດ​ໂຮ່ຈິ​ມິ​ນ ຈັດຕັ້ງຂຶ້ນ​ຢູ່ 9 ​ແຂວງ, ນະຄອນ​ຂອງ​ປະ​ເທດ​ຊາດ.