ນັກ​ຊ່ຽວ​ຊານ​ລັດ​ເຊຍ: ຫວຽດ​ນາມ ຈະ​ບໍ່​ຖືກ​​ຕົກຢູ່ໂດດດ່ຽວ​ໃນ​​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ

Chia sẻ
(VOVWORLD) -ວົງການນັກຄົ້ນຄວ້າກ່ຽວກັບທະເລຕາເວັນອອກ ຢູ່ລັດເຊຍ ໄດ້ຄັດຄ້ານຕໍ່ການກະທຳຂອງກ່ຳປັ່ນຕຳຫຼວດຈີນ ແລະ ຢັ້ງຢືນວ່າ ປະຊາຄົມສາກົນ ຈະສະໜັບສະໜູນຫວຽດນາມ.
ນັກ​ຊ່ຽວ​ຊານ​ລັດ​ເຊຍ: ຫວຽດ​ນາມ ຈະ​ບໍ່​ຖືກ​​ຕົກຢູ່ໂດດດ່ຽວ​ໃນ​​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ - ảnh 1ນັກຊ່ຽວຊານ Grigory Trofimchuk, ປະທານສະພານັກຊ່ຽວຊານກອງທຶນຄົ້ນຄວ້າ ອາຊີ - ເອີຣົບ ຂອງ ລັດເຊຍ (ພາບ: TTXVN)

ຕໍ່ກັບແຫຼ່ງຂ່າວທີ່ກ່ຽວຂ້ອງເຖິງກ່ຳປັ່ນຫາປາ ໝາຍເລກ QNg 90617 TS ແລະ ຊາວປະມົງ 8 ຄົນຂອງຫວຽດນາມ ທີ່ພວມເຄື່ອນໄຫວເປັນປົກກະຕິຢູ່ເຂດທະເລຂຶ້ນກັບໝູ່ເກາະຮວ່າງຊາ ຂອງຫວຽດນາມ ຖືກກ່ຳປັ່ນຕຳຫຼວດທະເລ ຈີນ ສະກັດກັ້ນ ແລະ ຕຳໃຫ້ຈົມນ້ຳນັ້ນ, ວົງການນັກຄົ້ນຄວ້າກ່ຽວກັບທະເລຕາເວັນອອກ ຢູ່ລັດເຊຍ ໄດ້ຄັດຄ້ານຕໍ່ການກະທຳຂອງກ່ຳປັ່ນຕຳຫຼວດຈີນ ແລະ ຢັ້ງຢືນວ່າ ປະຊາຄົມສາກົນ ຈະສະໜັບສະໜູນຫວຽດນາມ.

ນັກຊ່ຽວຊານ Grigory Trofimchuk, ປະທານສະພານັກຊ່ຽວຊານກອງທຶນຄົ້ນຄວ້າ ອາຊີ - ເອີຣົບ ຂອງ ລັດເຊຍ ໄດ້ເນັ້ນໜັກວ່າ ຝ່າຍຈີນ ຕ້ອງລະງັບໃຈ ແລະ ຫຼີກລ້ຽງບັນດາການກະທຳຄືແນວນີ້, ຈົ່ງທຸ່ນທ່ຽງແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງເທົ່າທີ່ຄວນໂດຍສັນຕິວິທີ ແລະ ສົມເຫດສົມຜົນ. ທ່ານກໍໄດ້ໃສ່ໃຈວ່າ ເຫດການທີ່ ກ່ຳປັ່ນຫາປາຂອງຫວຽດນາມຖືກບຸກໂຈມຕີຢູ່ທະເລຕາເວັນອອກ ຈະສືບຕໍ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ທ່ານເນັ້ນໜັກວ່າ ສຳລັບບັນດາການກະທຳທີ່ຄ້າຍຄືກັນນີ້ ວົງການນັກຊ່ຽວຊານຈະຄົ້ນຄວ້າ,ເອົາໃຈໃສ່ ແລະ ຕ້ອງໄດ້ນຳມາກ່າວປະນາມຢູ່ທີ່ກອງປະຊຸມສຳມະນາ, ເວທີປາໄສສາກົນຕ່າງໆ ກ່ຽວກັບທະເລຕາເວັນອອກ. ພ້ອມທັງຢັ້ງຢືນວ່າ “ໃນທຸກກໍລະນີ, ຫວຽດນາມ ຈະບໍ່ຖືກຕົກຢູ່ໂດດດ່ຽວໃນບັນຫາທະເລຕາເວັນອອກ” ແລະ ເຊື່ອໝັ້ນວ່າ ປະຊາຄົມສາກົນຈະສະແດງທັດສະນະສະໜັບສະໜູນຫວຽດນາມ.

 


ຕອບກັບ