ທ່ານເລຂາທິ PCA ຕີລາຄາສູງການຮ່ວມມືຂອງ ຫວຽດນາມ

Chia sẻ
(VOVWORLD) - ທ່ານ Marcin Czepelak, ເລຂາທິການໃຫຍ່ສານອະນຸຍາໂຕຕຸລາການ (PCA) ຢູ່ ລາໄຮ, ໄດ້ຊົມເຊີຍ ແລະ ຕີລາຄາສູງເລື່ອງ ຫວຽດນາມ ໃຫ້ການຮ່ວມມື ແລະ ຜັນຂະຫຍາຍຂໍ້ຕົກລົງສ້າງຕັ້ງຫ້ອງການຜູ້ຕາງໜ້າຂອງ PCA ປະຈຳ ຫວຽດນາມ ເປັນຢ່າງດີ.
ທ່ານເລຂາທິ PCA ຕີລາຄາສູງການຮ່ວມມືຂອງ ຫວຽດນາມ - ảnh 1ທ່ານ Marcin Czepelak, ເລຂາທິການໃຫຍ່ສານອະນຸຍາໂຕຕຸລາການ (PCA)
(ພາບ: PCA)

        ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈະ ໂຮນລັງ ຟ້າມຫວຽດແອງ ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດອາຍຸການຫວ່າງມໍ່ໆມານີ້, ທ່ານ Marcin Czepelak, ເລຂາທິການໃຫຍ່ສານອະນຸຍາໂຕຕຸລາການ (PCA) ຢູ່ ລາໄຮ, ໄດ້ຊົມເຊີຍ ແລະ ຕີລາຄາສູງເລື່ອງ ຫວຽດນາມ ໃຫ້ການຮ່ວມມື ແລະ ຜັນຂະຫຍາຍຂໍ້ຕົກລົງສ້າງຕັ້ງຫ້ອງການຜູ້ຕາງໜ້າຂອງ PCA ປະຈຳ ຫວຽດນາມ ເປັນຢ່າງດີ. ທ່ານຖືວ່າ ນີ້ແມ່ນແບບຢ່າງຢູ່ພາກພື້ນກ່ຽວກັບການຮ່ວມມືກັບ PCA. ທ່ານ Marcin Czepelak, ໄດ້ຕີລາຄາສູງເປັນພິເສດ ແລະ ເຄົາລົບການໄປຢ້ຽມຢາມ ແລະ ເຮັດວຽກກັບ PCA ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈີງ ເມື່ອເດືອນ ທັນວາ 2022, ຖືນີ້ແມ່ນສານທີ່ມີຄວາມໝາຍຂອງ ຫວຽດນາມ ກ່ຽວກັບນ້ຳໃຈຖືເປັນສຳຄັນ, ເຊີດຊູກົດໝາຍສາກົນ, ໂດຍສະເພາະແມ່ນໃນສະພາບການປະຈຸບັນ.

        ເດືອນ ສິງຫາ 2020, PCA ໄດ້ແປ ແລະ ພິມຈຳໜ່າຍປຶ້ມ “ແນະນຳລະບຽບຫຼັກການກຳມະການ PCA” ດ້ວຍພາສາຫວຽດ, ພາຍຫຼັງທີ່ພິມຈຳໜ່າຍດ້ວຍພາສາອັງກິດ, ອາຣັບ, ແອັດສະປາຍ ແລະ ຝລັ່ງ.

ຕອບກັບ