ທ່ານປະທານປະເທດ ຫງວຽນຊວນຟຸກ ໄປຮອດບາງກອກ, ເລີ່ມຕົ້ນການຢ້ຽມຢາມລາຊະອານາຈັກ ໄທ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມ APEC ຄັ້ງທີ 29

Vu Dung
Chia sẻ
(VOVWORLD) - ທ່ານນາຍົກລັດຖະມົນຕີ ໄທ ປຣະຢຸດ ຈັນໂອຊາ ແລະ ພັນລະຍາໄດ້ຕ້ອນຮັບຄະນະຢູ່ສະໜາມບິນ, ປະເທດເຈົ້າພາບໄດ້ຍິງປືນໃຫຍ່ 21 ລູກເພື່ອສະແດງຄວາມຊົມເຊີຍຕ້ອນຮັບຄະນະ.
ທ່ານປະທານປະເທດ ຫງວຽນຊວນຟຸກ ໄປຮອດບາງກອກ, ເລີ່ມຕົ້ນການຢ້ຽມຢາມລາຊະອານາຈັກ ໄທ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມ APEC ຄັ້ງທີ 29 - ảnh 1ສະໜາມບິນຖານທັບອາກາດດອນເມືອງ

ຕອນທ່ຽງວັນທີ 16 ພະຈິກ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ແລະ ພັນລະຍາ ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຮອດສະໜາມບິນຖານທັບອາກາດດອນເມືອງແຫ່ງລາຊະອານາຈັກ ໄທ, ນະຄອນຫຼວງ ບາງກອກ, ເລີ່ມຕົ້ນການຢ້ຽມຢາມ ໄທ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມບັນດາການນຳພື້ນຖານເສດຖະກິດເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ຄັ້ງທີ 29. ທ່ານນາຍົກລັດຖະມົນຕີ ໄທ ປຣະຢຸດ ຈັນໂອຊາ ແລະ ພັນລະຍາໄດ້ຕ້ອນຮັບຄະນະຢູ່ສະໜາມບິນ, ປະເທດເຈົ້າພາບໄດ້ຍິງປືນໃຫຍ່ 21 ລູກເພື່ອສະແດງຄວາມຊົມເຊີຍຕ້ອນຮັບຄະນະ.

         ຕາມລາຍການແລ້ວ, ໃນເວລາແຕ່ວັນທີ 16 – 19 ພະຈິກ, ທ່ານປະທານປະເທດ ຫງວຽນຊວນຟຸກ ແລະ ພັນລະຍາໄດ້ເຂົ້າຢ້ຽມຂ່ຳນັບເຈົ້າຊີວິດໄທ ແລະ ພະລາຊິນີ; ໂອ້ລົມສົນທະນາກັບນາຍົກລັດຖະມົນຕີ ໄທ, ເປັນສັກຂີພິຍານພິທີລົງນາມແລກປ່ຽນເອກະສານບາງສະບັບກ່ຽວກັບການຮ່ວມມືລະຫວ່າງສອງປະເທດ. ທ່ານປະທານປະເທດ ກໍ່ພົບປະກັບການນຳຂອງ ໄທ; ຕ້ອນຮັບບາງອົງການມິດຕະພາບ ແລະ ຜູ້ຕາງໜ້າກຸ່ມບໍລິສັດ, ວິສາຫະກິດຂະໜາດໃຫຍ່ ຂອງໄທ. ໃນໂອກາດນີ້, ທ່ານປະທານປະເທດ ຫງວຽນຊວນຟຸກ ຈະເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ໄທ ແລະ ບາງການເຄື່ອນໄຫວສົ່ງເສີມການຄ້າ, ການລົງທຶນລະຫວ່າງສອງປະເທດ.

ຕອບກັບ