ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຢຍ​ລະ​ມັນ: ກອງ​ປະ​ຊຸມ​ກ່ຽວ​ກັບ ຢູ​ແກຼນ ຈັດ​ຂຶ້ນ​ຢູ່ ສະ​ວິດ ຍາກ​ທີ່​ຈະ​​ຢຸດ​ຕິ​ການ​ປະ​ທະ​ກັນ​ລະ​ຫວ່າງ ລັດ​ເຊຍ - ຢູ​ແກູນ ໄດ້

Chia sẻ
(VOVWORLD) - ກອງປະຊຸມສຸດຍອດສັນຕິພາບ ຢູແກຼນ ໂດຍ ສະວິດ ເປັນເຈົ້າພາບຈັດຕັ້ງໃນເດືອນມິຖຸນາຈະມາເຖິງ ແມ່ນຍາກທີ່ຈະຢຸດຕິການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ໃນປັດຈຸບັນ. 
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຢຍ​ລະ​ມັນ: ກອງ​ປະ​ຊຸມ​ກ່ຽວ​ກັບ ຢູ​ແກຼນ ຈັດ​ຂຶ້ນ​ຢູ່ ສະ​ວິດ ຍາກ​ທີ່​ຈະ​​ຢຸດ​ຕິ​ການ​ປະ​ທະ​ກັນ​ລະ​ຫວ່າງ ລັດ​ເຊຍ - ຢູ​ແກູນ ໄດ້ - ảnh 1ທ່ານນາຍົກລັດຖະມົນຕີ Olaf Scholz (ພາບ: AFP/TTXVN)

ວັນທີ 14 ພຶດສະພາ, ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ຖືວ່າ ກອງປະຊຸມສຸດຍອດສັນຕິພາບ ຢູແກຼນ ໂດຍ ສະວິດ ເປັນເຈົ້າພາບຈັດຕັ້ງໃນເດືອນມິຖຸນາຈະມາເຖິງ ແມ່ນຍາກທີ່ຈະຢຸດຕິການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ໃນປັດຈຸບັນ. ຂໍ້ສັງເກດດັ່ງກ່າວໄດ້ຍົກອອກມາໃນຂະນະທີ່ທ່ານໃຫ້ການສຳພາດຕໍ່ນັກຂ່າວໜັງສືພິມລາຍສັບປະດາ Stern ຂອງ ເຢຍລະມັນ.

        ຕາມທ່ານນາຍົກລັດຖະມົນຕີ ເຢຍລະມັນ ແລ້ວ, ແຜນການທີ່ມີຄວາມເປັນໄປໄດ້ຢ່າງສູງທີ່ສຸດ ນັ້ນແມ່ນ ກອງປະຊຸມນີ້ຈະເປັນການເລີ່ມຕົ້ນວິວັດການທີ່ພາໄປເຖິງການດຳເນີນການເຈລະຈາແບບເຊິ່ງໜ້າລະຫວ່າງ ຢູແກຼນ ແລະ ລັດເຊຍ ເທົ່ານັ້ນ. ການນຳ ເຢຍລະມັນ ກໍກ່າວເຕືອນວ່າ “ບໍ່ຄວນຕັ້ງຄວາມຫວັງຫຼາຍເກີນໄປ”, ພ້ອມທັງໃຫ້ຂໍ້ສັງເກດວ່າ ການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ອາດຈະແກ່ຍາວໄປຕື່ມອີກ 2 – 3 ປີ.

        ກອງປະຊຸມສຸດຍອດສັນຕິພາບ ຢູແກຼນ ຄາດວ່າຈະດຳເນີນໃນວັນທີ 15 – 16 ມິຖຸນາ ຢູ່ສະວິດ. ອຳນາດການປົກຄອງ ລັດເຊຍ ຕຳໜິຕິຕຽນວ່າ ກອງປະຊຸມນີ້ ແມ່ນ “ໄຮ້ຄວາມໝາຍ” ແລະ ເຜີຍໃຫ້ຮູ້ວ່າ ລັດເຊຍ ຈະປະຕິເສດເຂົ້າຮ່ວມກອງປະຊຸມດັ່ງກ່າວ ນັບທັງກໍລະນີໄດ້ຮັບຄຳເຊີນ.


ຕອບກັບ