ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມ​ເຫດ​ການ “ຫັນ​ເປັນ​ດີ​ຈີ​ຕອນ​ຂະ​ແໜງ​ທະ​ນາ​ຄານ”

Chia sẻ
(VOVWORLD) - ວັນທີ 04 ສິງຫາ 2022, ຢູ່ຮ່າໂນ້ຍ, ທະນາຄານແຫ່ງລັດ ຫວຽດນາມ ໄດ້ຈັດເຫດການຫັນເປັນດີຈີຕອນຂະແໜງທະນາຄານ. ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳຢູ່ເຫດການ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມ​ເຫດ​ການ “ຫັນ​ເປັນ​ດີ​ຈີ​ຕອນ​ຂະ​ແໜງ​ທະ​ນາ​ຄານ” - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມເຫດການ “ຫັນເປັນດີຈີຕອນຂະແໜງທະນາຄານ” (ພາບ: VOV)

ການຈັດເຫດການ “ຫັນເປັນດີຈີຕອນຂະແໜງການທະນາຄານ” ແມ່ນເພື່ອແນໃສ່ຍູ້ແຮງການຜັນຂະຫຍາຍບັນດາມາດຕະການໝູນໃຊ້ເຕັກໂນໂລຢີ, ຜັນຂະຫຍາຍບັນດາໜ້າທີ່ ທີ່ນອນໃນແຜນການຫັນເປັນດີຈີຕອນຂອງຂະແໜງທະນາຄານ, ປະກອບສ່ວນປະຕິບັດໂຄງການຫັນເປັນດີຈີຕອນແຫ່ງຊາດ, ແຜ່ຂະຫຍາຍນ້ຳໃຈຫັນເປັນດີຈີຕອນ ແລະ ຄວາມຮັບຮູ້ຂອງບັນດາອົງການຈັດຕັ້ງ, ສ່ວນບຸກຄົນທັງຢູ່ພາຍໃນ ແລະ ນອກຂະແໜງທະນາຄານກ່ຽວບົດບາດ, ຄວາມໝາຍ ແລະ ຜົນປະໂຫຍດຂອງການຫັນເປັນດີຈີຕອນໃນການເຄື່ອນໄຫວທະນາຄານ.

        ໃນຂອບເຂດຂອງເຫດການໄດ້ດຳເນີນບາງການເຄື່ອນໄຫວຄື: ປະກາດ “ວັນຫັນເປັນດີຈີຕອນ” ປະຈຳປີຂອງຂະແໜງທະນາຄານ ແລະ ສະເໜີຕົວຄະນະຊີ້ນຳການຫັນເປັນດີຈີຕອນໃນຂະແໜງທະນາຄານ; ກອງປະຊຸມສຳມະນາວິທະຍາສາດ “ເພີ່ມທະວີການເຊື່ອມຕໍ່, ຊຸກຍູ້ການຫັນເປັນດີຈີຕອນທະນາຄານ”; ງານວາງສະແດງບັນດາຜະລິດຕະພັນ, ການບໍລິການພົ້ນເດັ່ນກ່ຽວກັບການໝູນໃຊ້ວິທະຍາສາດເຕັກໂນໂລຢີ, ຫັນເປັນດີຈີຕອນຂອງຂະແໜງທະນາຄານ…

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມ​ເຫດ​ການ “ຫັນ​ເປັນ​ດີ​ຈີ​ຕອນ​ຂະ​ແໜງ​ທະ​ນາ​ຄານ” - ảnh 2ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ເຫດການ (ພາບ: VOV)

ກ່າວຄຳເຫັນທີ່ເຫດການ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຖືວ່າ ເຫດການນີ້ ໄດ້ສະແດງໃຫ້ເຫັນຄວາມມານະພະຍາຍາມຂອງທະນາຄານແຫ່ງລັດ ຫວຽດນາມ, ການຕອບສະໜອງຢ່າງແຮງຂອງບັນດາອົງການສິນເຊື່ອ, ສູນບໍລິການຊຳລະ, ຂອງປະຊາຊົນ ແລະ ປະຊາຄົມວິສາຫະກິດ ຕໍ່ວິວັດການຫັນເປັນດີຈີຕອນແຫ່ງຊາດ. ທ່ານກ່າວວ່າ:

        “ດ້ວຍຄວາມມານະພະຍາຍາມ, ຄວາມຕັດສິນໃຈ ແລະ ຄວາມເປັນເຈົ້າການ, ປະດິດຄິດສ້າງຂອງທະນາຄານແຫ່ງລັດ, ບັນດາອົງການສິນເຊື່ອໃນພາລະກິດຫັນເປັນດີຈີຕອນໃນໄລຍະຜ່ານມາ ແລະ ການເຄື່ອນໄຫວພົ້ນເດັ່ນຢູ່ເຫດການ “ວັນຫັນເປັນດີຈີຕອນ” ຂອງທະນາຄານໃນມື້ນີ້ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນບັ້ນຮ່ວມແຮງຮ່ວມໃຈປະກອບກຳລັງຂອງກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆ, ໄດ້ເຮັດໃຫ້ພາລະກິດຫັນເປັນດີຈີຕອນແຫ່ງຊາດ ມີການຫັນປ່ຽນຢ່າງຕັ້ງໜ້າ ແລະ ຮອບດ້ານ, ປະກອບສ່ວນຫັນວິໄສທັດ ແລະ ບັນດາເປົ້າໝາຍຂອງໂຄງການຫັນເປັນດີຈີຕອນແຫ່ງຊາດຮອດປີ 2025 ແລະ ກຳນົດທິດຮອດປີ 2030 ປະກົດຜົນເປັນຈິງ”.

ຕອບກັບ