ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖະຫວາຍທູບທຽນອາໄລຫາບັນດາອະດີດການນຳພັກ, ລັດຜ່ານສະໄໝຕ່າງໆ

Chia sẻ
(VOVWORLD) - ເນື່ອງໃນໂອກາດບຸນປີໃໝ່ປີກຸນ 2019, ວັນທີ 31 ມັງກອນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ໄປຖະຫວາຍທູບທຽນອາໄລຫາບັນດາການນຳພັກ, ລັດຜ່ານສະໄໝຕ່າງໆ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖະຫວາຍທູບທຽນອາໄລຫາບັນດາອະດີດການນຳພັກ, ລັດຜ່ານສະໄໝຕ່າງໆ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖະຫວາຍທູບທຽນອາໄລຫາອະດີດນາຍົກລັດຖະມົນຕີ ຟ້າມວັນດົ່ງ (ພາບ: TTXVN)

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ  ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບີງ ໄດ້ໄປຖະຫວາຍທູບທຽນອາໄລຫາອະດີດນາຍົກລັດຖະມົນຕີ ຟ້າມວັນດົ່ງ; ອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ອະດີດປະທານສະພາລັດຖະມົນຕີ, ອະດີດທີ່ປຶກສາຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂດ໊ເມື່ອຍ ທີ່ຫາກໍ່ເຖິງແກ່ມໍລະນະກຳເມື່ອເດືອນ ຕຸລາ 2018, ອະດີດຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນເກີແທັກ.

        ແລະກໍ່ໃນຕອນບ່າຍວັນທີ 31 ມັງກອນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບີງ ກໍ່ໄດ້ໄປຖະຫວາຍທູບທຽນອາໄລຫາອະດີດປະທານປະເທດ ເຈິ່ນດ້າຍກວາງ ທີ່ຫາກໍ່ເຖິງແກ່ມໍລະນະກຳເມື່ອເດືອນ ກັນຍາ 2018 ເຊັ່ນດຽວກັນ.

ຕອບກັບ