ທ່ານ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານ​ການ​ໂອ້​ລົມ​ສົນ​ທະ​ນາ ກັບ ຄະ​ນະ​ວິ​ສາ​ຫະ​ກິດ​ແຖວ​ໜ້າ ຈີນ ກ່ຽວ​ກັບ​ເສດ​ຖະ​ກິດ​ສີ​ຂຽວ, ເສດ​ຖະ​ກິດ​ດີ​ຈີ​ຕອນ

Chia sẻ
(VOVWORLD) - ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ການໂອ້ລົມສົນທະນາ ແມ່ນບາດກ້າວຜັນຂະຫຍາຍຄວາມຮັບຮູ້ລວມຂອງການນຳຂັ້ນສູງສອງພັກ, ສອງລັດ ຢ່າງລະອຽດ ໃນການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ. 
ທ່ານ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານ​ການ​ໂອ້​ລົມ​ສົນ​ທະ​ນາ ກັບ ຄະ​ນະ​ວິ​ສາ​ຫະ​ກິດ​ແຖວ​ໜ້າ ຈີນ ກ່ຽວ​ກັບ​ເສດ​ຖະ​ກິດ​ສີ​ຂຽວ, ເສດ​ຖະ​ກິດ​ດີ​ຈີ​ຕອນ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ການໂອ້ລົມສົນທະນາ  (ພາບ: TTXVN)

ຕອນເຊົ້າວັນທີ 14 ພຶດສະພາ, ຢູ່ສຳນັກງານ ລັດຖະບານ (ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານການໂອ້ລົມສົນທະນາ ກັບການນຳ 19 ກຸ່ມບໍລິສັດແຖວໜ້າຂອງ ຈີນ ກ່ຽວກັບການພັດທະນາເສດຖະກິດສີຂຽວ, ເສດຖະກິດດີຈີຕອນ.

ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕີລາຄາສູງ ການປະກອບສ່ວນຂອງ ບັນດາວິສາຫະກິດ ຈີນ ຕໍ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ໃນໄລຍະຜ່ານມາ, ທ່ານຢັ້ງຢືນ ພັກ, ລັດ ຫວຽດນາມ ຍາມໃດກໍ່ຖືການພັດທະນາມິດຕະພາບ ກັບຈີນ ແມ່ນຄວາມຮຽກຮ້ອງຕ້ອງການພາວະວິໄສ, ມີການຄັດເລືອກຍຸດທະສາດ ແລະ ບຸລິມະສິດແຖວໜ້າໃນ ແນວທາງການຕ່າງປະເທດລວມຂອງ ຫວຽດນາມ.

ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ການໂອ້ລົມສົນທະນາ ແມ່ນບາດກ້າວຜັນຂະຫຍາຍຄວາມຮັບຮູ້ລວມຂອງການນຳຂັ້ນສູງສອງພັກ, ສອງລັດ ຢ່າງລະອຽດ ໃນການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ. ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ ບັນດາວິສາຫະກິດຈີນ ຈະພ້ອມກັບບັນດາກະຊວງ, ຂະແໜງການຫວຽດນາມ ແລກປ່ຽນ, ສະເໜີບັນດາແນວຄິດ, ຂໍ້ລິເລີ່ມຮ່ວມມືຢ່າງແທດຈິງ ເພື່ອ ໃຫ້ເສົາຄ້ຳການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ ນັບມື້ນັບ “ແທ້ຈິງ, ເລິກເຊິ່ງກ່ວາເກົ່າ”.

ຕອບກັບ