ຖະຫວາຍທູບທຽນບູຊາອາໄລຫາ ບັນດາເຈົ້າຊີວິດ ລາດຊະວົງຮຸ່ງ ໃນຄໍ່າຄືນສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ ປີກຸນ 2019

Chia sẻ
(VOVWORLD) -“ຈາລຶກຄຸນງາມຄວາມດີຕໍ່ບັນດາເຈົ້າຊີວິດລາດຊະວົງຮຸ່ງ ທີ່ມີຄຸນງາມຄວາມດີໃນການກໍ່ສ້າງປະເທດຊາດ”
ຖະຫວາຍທູບທຽນບູຊາອາໄລຫາ ບັນດາເຈົ້າຊີວິດ ລາດຊະວົງຮຸ່ງ ໃນຄໍ່າຄືນສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ ປີກຸນ	2019 - ảnh 1 ຜູ້ແທນ ແລະ ປະຊາຊົນ ຖະຫວາຍທູບທຽນອາໄລຫາຄຸນງາມຄວາມດີຂອງບັນດາເຈົ້າຊີວິດລາດຊະວົງ ຮຸ່ງ (ພາບ: Trung Kiên/TTXVN)

ຕອນຄໍ່າວັນທີ 04 ກຸມພາ (ກົງກັບວັນທີ 30 ບຸນເຕັດປີກຸນ 2019), ໃນບັນຍາກາດທີ່ສັກສິດຍາມຕົ້ນລະດູບານໃໝ່, ຢູ່ວັງ ກິ໊ງທຽນ ເທິງພູ ເຫງຍຫຼິງ ໃນເຂດປູຊະນີຍະສະຖານປະຫວັດສາດ ລະດັບຊາດ ພະວິຫານຮຸ່ງ, ຄະນະພັກ, ສະພາປະຊາຊົນ, ຄະນະກໍາມະການປະຊາຊົນ, ແນວໂຮມປະເທດຊາດແຂວງຝຸເທາະ ໄດ້ດໍາເນີນພິທີຖະຫວາຍດອກໄມ້, ຈູດທູບ, ໄຕ້ທຽນບູຊາອາໄລຫາຄຸນງາມຄວາມດີຂອງບັນດາເຈົ້າຊີວິດໃນລາດຊະວົງ ຮຸ່ງ. ເຊິ່ງໄດ້ດຶງດູດການເຂົ້າຮ່ວມບັນດາພະນັກງານ, ການນໍາໃນແຂວງຝຸເທາະ ພ້ອມກັບປະຊາຊົນ ພາຍໃນເຂດ ເຂົ້າຮ່ວມຢ່າງຫຼວງຫຼາຍ. ຕາງໜ້າໃຫ້ພໍ່ແມ່ພີ່ນ້ອງໃນທົ່ວປະເທດ, ທ່ານ ບຸ່ຍມິງເຈົາ ເລຂາພັກແຂວງ, ປະທານຄະນະກໍາມະການປະຊາຊົນແຂວງຝູເທາະ ໄດ້ແຈ້ງບັນດາຜົນງານ ທີ່ບັນລຸໄດ້ໃນປີທີ່ຜ່ານມາຕໍ່ບັນພະບຸລຸດ. ພາຍຫຼັງພິທີ, ບັນດາຜູ້ແທນໄດ້ວາງພວງມາລາ ເຊິ່ງຕິດແຜ່ນແຖວຕົວໜັງສື “ຈາລຶກຄຸນງາມຄວາມດີຕໍ່ບັນດາເຈົ້າຊີວິດລາດຊະວົງຮຸ່ງ ທີ່ມີຄຸນງາມຄວາມດີໃນການກໍ່ສ້າງປະເທດຊາດ” ຢູ່ສຸສານເຈົ້າຊີວິດຮຸ່ງ.


ຕອບກັບ