ຍີ່ປຸ່ນລະນຶກ 67 ປີແຫ່ງວັນອາເມລິກາ ຖີ້ມລະເບີດປະລະມານູ ລົງໃສ່ Hiroshima

Hoang Lien Son ນັກ​ຂ່າວ VOV ປະຈຳ​ຍີ່ປຸ່ນ
Chia sẻ

ຍີ່ປຸ່ນ​ລະນຶກ 67 ປີ​ແຫ່ງ​ວັນ​ອາ​ເມ​ລິ​ກາ ຖີ້ມລະ​ເບີດ​ປະລະມາ​ນູລົງ​ໃສ່ Hiroshima

ຍີ່ປຸ່ນລະນຶກ 67 ປີແຫ່ງວັນອາເມລິກາ ຖີ້ມລະເບີດປະລະມານູ ລົງໃສ່ Hiroshima - ảnh 1

(ພາບ:voatiengviet.com)​

( vovworld ) – ຕອນ​​ເຊົ້າວັນ​ທີ 6/8, ນະຄອນ ​Hiroshima ໄດ້ຈັດ​ພິທີ​​ໄຫ້​ວອາ​ໄລ​​ສັນຕິພາບ ​ເນື່ອງ​ໃນ​ໂອກາດລະນຶກ 67 ປີ​ແຫ່ງ​ວັນ​ອາ​ເມ​ລິ​ກາ ຖີ້ມລະ​ເບີດ​ປະລະມາ​ນູລົງ​ໃສ່ນະຄອນ​ນີ້. ກໍ່​ເຊັ່ນ​ດຽວ​ກັບ​ທຸກໆ​ປີ, ​ໃນ​ເວລາ 8 ​ໂມງ 15 ນາທີ ຊື່​ງ​ແມ່ນ​ຈຸດ​ເວລາ​ລູກ​ລະ​ເບີດ​ປະລະມາ​ນູຖືກ​ຖີ້ມລົງ​ທຳລາຍນະຄອນ​ກ່ອນ​ນີ້ 67 ປີ, ສຽງ​ລະຄັງ​ແຫ່ງ​ສັນຕິພາບ​ໄດ້​ດັງ​ຂຶ້ນ​ເພື່ອ​ອາ​ໄລ​ຫາ​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ. ກ່າວ​ຄຳ​ເຫັນ​ທີ​ພິທີ​ອາ​ໄລ​ຫາ, ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ Yoshihico Noda ​ເນັ້ນໜັກ​ວ່າ ຍີ່ປຸ່ນ ຈະ​ສ້າງ​ຄວາມ​ສຸດ​ຈິດ​ສຸດ​ໃຈ​ໃນ​ການ​ເຄື່ອນໄຫວ​ເພື່ອ​ໂລກ​ປອດ​ອາວຸດ​ນິວ​ເຄຼຍ​ຢູ່​ໃນ​ທົ່ວ​ໂລກ. ພິທີ​ອາ​ໄລ​ຫາ​ປີ​ນີ້ ກໍ່​ໄດ້​ປະກາດ​ຈຳນວນ​ຜູ້​ປະສົບ​ເຄາະ​ຮ້າຍ​ຍ້ອນ​ຜົນ​ສະທ້ອນ​ຂອງ​ລູກ​ລະ​ເບີດ​ປະລະມາ​ນູ​ໃນ 1 ປີຜ່ານມາ. 67 ປີ​ໄດ້​ລ່ວງ​ເລີຍ​ໄປ​ແລ້ວ ​ແຕ່​ຍັງ​ມີ​ຫຼາຍ​ຄົນ​ສືບ​ຕໍ່​ກາຍ​ເປັນຜູ້​ປະສົບ​ເຄາະ​ຮ້າຍ​ຈາກລູກ​ລະ​ເບີດ​ປະລະມາ​ນູ. ຕາມ​ການ​ສະຖິຕິ​ແລ້ວ, ​ໃນ 1 ປີຜ່ານມາ, ມີຜູ້​ເສຍ​ຊີວິດ​ຕື່ມ​ອີກ​ເກືອບ 5800 ຄົນ ອັນ​ໄດ້​ຍົກ​ຈຳນວນຜູ້​ປະສົບ​ເຄາະ​ຮ້າຍ​ຈາກລູກ​ລະ​ເບີດ​ປະລາມາ​ນູທັງ​ໝົດ​ຂຶ້ນ​ເຖິງ 280.000 ຄົນ.