ຍີ່ປຸ່ນ ມີຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ບັນດາການກະທຳຂອງ ຈີນ ຢູ່ທະເລຕາເວັນອອກ

Chia sẻ
(VOVWORLD) - ຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ບັນດາການກະທຳຂອງ ຈີນ ຢູ່ທະເລຕາເວັນອອກ ແລະ ທະເລ ຮວາຕຸງ.
ຍີ່ປຸ່ນ ມີຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ບັນດາການກະທຳຂອງ ຈີນ ຢູ່ທະເລຕາເວັນອອກ - ảnh 1ທ່ານ Motegi Toshimitsu. ພາບ: asia.nikkei.com

ວັນທີ 05 ເມສາ, ທີ່ການເຈລະຈາທາງໂທລະສັບກັບຄູ່ຕຳແໜ່ງ ຈີນ ຫວາງອີ, ທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Motegi Toshimitsu ໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ບັນດາການກະທຳຂອງ ຈີນ ຢູ່ທະເລຕາເວັນອອກ ແລະ ທະເລ ຮວາຕຸງ, ໃນນັ້ນ ມີເລື່ອງກຳປັ່ນຕຳຫລວດທະເລ ຈີນ ແລ່ນເຂົ້າເຂດທະເລໝູ່ເກາະ Senkaku/ຕຽວອີ ແລະ ເລື່ອງ ຈີນ ປະຕິບັດກົດໝາຍວ່າດ້ວຍຕຳຫລວດທະເລໃໝ່. ກ່ອນໜ້ານັ້ນ, ທີ່ກອງປະຊຸມປະຈຳປີຕາມ “ກົນໄກຕິດຕໍ່ທາງທະເລ ແລະ ການບິນ” ລະຫວ່າງບັນດາອົງການປ້ອງກັນຊາດ 2 ປະເທດເມື່ອທ້າຍເດືອນ ມີນາ, ຜູ້ຕາງໜ້າກະຊວງປ້ອງກັນປະເທດ ຍີ່ປຸ່ນ ກໍ່ສະແດງຄວາມວິຕົກກັງວົນຢ່າງແຮງຕໍ່ກົດໝາຍວ່າດ້ວຍຕຳຫລວດທະເລໃໝ່ຂອງ ຈີນ ກໍ່ຄືເລື່ອງ ຈີນ ເພີ່ມທະວີບັນດາການເຄື່ອນໄຫວເຄັ່ງຕຶງຢູ່ທະເລຮວາຕຸງ ແລະ ທະເລຕາເວັນອອກໃນໄລຍະຜ່ານມາ.

ຕອບກັບ