ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ຈັດ​ພິ​ທີ​ສ​ະ​ເຫຼີມ​ສະຫຼອງ 134 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ປະ​ທານ​ໂຮ່​ຈີ​ມິນ

Chia sẻ
(VOVWORLD) - ຢູ່ເຂດອະນຸສອນສະຖານ ປະທານໂຮ່ຈີມິນ ຢູ່ ບ້ານຊຽງວາງ, ເມືອງຫນອງບົກ, ແຂວງ ຄຳມ່ວນ, ລາວ ໄດ້ດຳເນີນພິທີສະເຫຼີມສະຫຼອງ 134 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ (19/05/1890 – 19/05/2024). 
ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ຈັດ​ພິ​ທີ​ສ​ະ​ເຫຼີມ​ສະຫຼອງ 134 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ປະ​ທານ​ໂຮ່​ຈີ​ມິນ - ảnh 1ພໍ່ແມ່ປະຊາຊົນ ຊາວຫວຽດນາມ ໄດ້ຖະຫວາຍທູບທຽນ ສະແດງຄວາມເຄົາລົບ ແລະ ຄວາມຮູ້ບຸນຄຸນ ຕໍ່ປະທານໂຮ່ຈີມິນ

ຕອນບ່າຍວັນທີ 16 ພຶດສະພາ, ຢູ່ເຂດອະນຸສອນສະຖານ ປະທານໂຮ່ຈີມິນ ຢູ່ ບ້ານຊຽງວາງ, ເມືອງຫນອງບົກ, ແຂວງ ຄຳມ່ວນ, ລາວ ໄດ້ດຳເນີນພິທີສະເຫຼີມສະຫຼອງ 134 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ (19/05/1890 – 19/05/2024). ທີ່ພິທີ, ຜູ້ຕາງໜ້າອຳນາດການປົກຄອງ ທ້ອງຖິ່ນ; ຜູ້ຕາງໜ້າສະຖານທູດ, ກົງສູນໃຫຍ່, ສະມາຄົມຊາວຫວຽດນາມ ອາໄສຢູ່ລາວ ພ້ອມກັບພໍ່ແມ່ປະຊາຊົນ ຊາວຫວຽດນາມ ໄດ້ຖະຫວາຍທູບທຽນ ສະແດງຄວາມເຄົາລົບ ແລະ ຄວາມຮູ້ບຸນຄຸນ ຕໍ່ປະທານໂຮ່ຈີມິນ, ພ້ອມທັງ ຫວນຄືນບັນດາຂີດໝາຍສຳຄັນ ໃນການດຳລົງຊີວິດເຄື່ອນໄຫວປະຕິວັດຂອງປະທານໂຮ່ຈີມິນ, ຫວນຄືນບັນດາຄວາມຊົງຈຳ ຂອງ ປະຊາຊົນ ຊຽງວາງ ກ່ອນນີ້ 90 ປີ, ເມື່ອເພິ່ນມາ ຊຽງວາງ (ລາວ) ເພື່ອພົບປະ, ໂອ້ລົມກັບພໍ່ແມ່ປະຊາຊົນຫວຽດນາມ ແລະ ປະຊາຊົນລາວ.

ແລະກໍ່ໃນວັນດຽວກັນ, ສະຖານທູດ ຫວຽດນາມ ປະຈຳ ອິດສະລາແອັນ ກໍ່ໄດ້ສົມທົບກັບສູນບຳລຸງສ້າງກະສິກຳ ສາກົນ(Agrostudies)  ຈັດພິທີສະເຫຼີມສະຫຼອງ 134 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ.

ຕອບກັບ