ຊາວຫວຽດນາມ ອາໄສ ຢູ່ສະຫະພັນລັດເຊຍ ມຸ່ງໄປສູ່ທະເລ, ໝູ່ເກາະ ແຫ່ງບ້ານເກີດເມືອງນອນ

Chia sẻ
(vovworld) –  ວັນ​ທີ 29/06, ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່ນະຄອນ Yaroslavl ສະຫະພັນ​ລັດ​ເຊຍ ​ໄດ້​ຈັດ​ລາຍ​ການ​ມຸ່ງ​ໄປ​ສູ່​ທະ​ເລ, ໝູ່​ເກາະ​ແຫ່ງບ້ານ​ເກີດ​ເມືອງ​ນອນ.
ຊາວຫວຽດນາມ ອາໄສ ຢູ່ສະຫະພັນລັດເຊຍ ມຸ່ງໄປສູ່ທະເລ, ໝູ່ເກາະ ແຫ່ງບ້ານເກີດເມືອງນອນ - ảnh 1
(ພາບປະກອບ)

(vovworld) –  ວັນ​ທີ 29/06, ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່ນະຄອນ Yaroslavl ສະຫະພັນ​ລັດ​ເຊຍ ​ໄດ້​ຈັດ​ລາຍ​ການ​ມຸ່ງ​ໄປ​ສູ່​ທະ​ເລ, ໝູ່​ເກາະ​ແຫ່ງບ້ານ​ເກີດ​ເມືອງ​ນອນ. ພາຍຫຼັງພິທີ​​ເຄົາລົບ​ທຸງ, ທ່ານ ​ເລ​ຢຸຍນິງ, ຫົວໜ້າ​ຄະນະ​ວົງ​ຄະນະ​ຍາດ​ນະຄອນ Yaroslavl ​ໄດ້​ແຈ້ງ​ຂໍ້​ມູນ​ກ່ຽວ​ກັບສະພາບ​ຜັນ​ແປຢູ່​ທະ​ເລ​ຕາ​ເວັນ​ອອກ ພາຍຫຼັງທີ່​ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ ​ໄຮ່​ຢາງ 981 ຢ່າງ​ຜິດກົດໝາຍ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ. ຕາງໜ້າ​ໃຫ້​ສະຖານທູດ​ຫວຽດນາມ ປະຈຳ​ສະຫະພັນ​ລັດ​ເຊຍ, ທ່ານ ຫງວຽນ​ຮຸ່ງ, ທີ່​ປຶກ​ສາ​ສະຖານທູດ​ຫວຽດນາມ ປ​ະຈຳ​ສະຫະພັນ​ລັດ​ເຊຍ, ​ຖື​ວ່າ.

        “ການ​ເຂົ້າ​ຮ່ວມ, ສະໜັບສະໜູນ ​ແລະ ລະດົມ​ກຳລັງ​ໃຈ​ຂອງ​ພໍ່​​ແມ່​ປະຊາຊົນ​​​ໃນໄລຍະ​ຜ່ານ​ມາໄດ້​ຮັບ​ການ​ຕີ​ລາ​ສູງ​ຈາກ​ບັນດາ​ອົງການ​ທີ່​ກ່ຽວຂ້ອງ​. ຂ້າພະ​ເຈົ້າ​ກໍ່​ຕີ​ລາຄາ​ສູງ​ການ​ສະໜັບສະໜູນ​ ​ແລະ ການເຂົ້າ​ຮ່ວມ​ຂອງ​ປະຊາຊົນ​ອາ​ໄສ​ຢູ່ Yaroslavl ສຳລັບ​ບັ້ນ​ຂົນ​ຂວາຍບໍລິຈາກນີ້. ຂ້າພະ​ເຈົ້າ​ຫວັງ​ວ່າ ພໍ່​ແມ່​ປະຊາຊົນ​ຈະສືບ​ຕໍ່​ມີ​ການ​ປະກອບສ່ວນ​ອັນ​ແທດ​ຈິງ​​​ເພື່ອ​ບ້ານ​ເກີດ​ເມືອ​ງນອນ.

     ນັກ​ຄົ້ນຄວ້າ​ດ່າວ​ເທ​ນາມ ​ແລະ ຫງວຽນ​ດິ່ງ​ຟຽນ, ຕາງ​ໜ້າ​ໃຫ້​ໄວ​ໜຸ່ມ​ຫວຽ​ດນາມ ຢູ່​ບັນດາ​ນະຄອນ Yaroslavl, ພ້ອມ​ກັນ​ອ່ານ​ຈົດໝາຍ​ເປີດ, ​ໃນ​ຈົດໝາຍ​ໄດ້​ຮຽກຮ້ອງ​ໃຫ້​ຈີນ ຖອນ​ຮ້ານ​ເຈາະ​ນ້ຳມັນ​ໄຮ່​ຢາງ 981 ​ແລະ ບັນດາ​ກຳ​ປັ່ນ​ປ້ອງ​ກັນ​ອອກ​ຈາກ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ.

  ພໍ່​ແມ່​ປະຊາ​ຊົນ​ໄດ້​ບໍລິຈາກ​​ເງິນ​ເກືອບ 2.000 USD ມອບ​ໃຫ້​ຜູ້ຕາງໜ້າ​ສະຖານທູດ​ຫວຽດນາມ ​ເພື່ອ​​ປະກອບສ່ວນ​ເຂົ້າ​ກອງ​ທຶນ​ເພື່ອ​ທະ​ເລ, ໝູ່​ເກາະ​ຫວຽດນາມ.