ຊຸກຍູ້ການຮ່ວມມືບັນດາຂົງເຂດໃໝ່ລະຫວ່າງ ຫວຽດນາມ - ອາເມລິກາ

Chia sẻ
(VOVWORLD) - ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ຫວັງວ່າ ໄລຍະຈະມາເຖິງ, ສອງຝ່າຍຈະຮ່ວມມືກັນຢ່າງແທດຈິງ, ເລິກເຊິ່ງໃນບັນດາຂົງເຂດທີ່ເໝາະສົມກັບລະດັບສູງ ຂອງຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃໝ່ລະຫວ່າງສອງປະເທດ...
ຊຸກຍູ້ການຮ່ວມມືບັນດາຂົງເຂດໃໝ່ລະຫວ່າງ ຫວຽດນາມ  - ອາເມລິກາ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ແລະ ໂດຍທ່ານນາງ Kristen Gillibrand,ປະທານອະນຸກຳມະການບັນດາໄພນາບຂູ່ພົ້ນເດັ່ນໃໝ່ ຂຶ້ນກັບຄະນະກຳມາທິການທະຫານ ສະພາສູງ ອາເມລິກາ
(ພາບ:TTXVN )

ຕອນບ່າຍວັນທີ 27 ມີນາ, ທີ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລືວກວາງ ໄດ້ຕ້ອນຮັບຄະນະສະມາຊິກສອງສະພາແຫ່ງຊາດ ອາເມລິກາ ໂດຍທ່ານນາງ Kristen Gillibrand, ປະທານອະນຸກຳມະການບັນດາໄພນາບຂູ່ພົ້ນເດັ່ນໃໝ່ ຂຶ້ນກັບຄະນະກຳມາທິການທະຫານ ສະພາສູງ ອາເມລິກາ, ເປັນຫົວໜ້າຄະນະ. ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ຫວັງວ່າ ໄລຍະຈະມາເຖິງ, ສອງຝ່າຍຈະຮ່ວມມືກັນຢ່າງແທດຈິງ, ເລິກເຊິ່ງໃນບັນດາຂົງເຂດທີ່ເໝາະສົມກັບລະດັບສູງ ຂອງຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃໝ່ລະຫວ່າງສອງປະເທດ, ປະກອບສ່ວນຊ່ວຍ ຫວຽດນາມ ພັດທະນາໂດຍໄວ, ຮັດແຄບຊ່ອງຫວ່າງກັບບັນດາປະເທດ. ໄປຄຽງຄູ່ກັນນັ້ນ, ທ່ານຮອງນາຍົກລັດຖະມົນຕີ ສະເໜີໃຫ້ບັນດາສະມາຊິກສະພາແຫ່ງຊາດ ອາເມລິກາ ມີສຽງເວົ້າຢ່າງແຮງເພື່ອໃຫ້ລັດຖະບານ ອາເມລິກາ ຮັບຮູ້ຂໍ້ກຳນົດກົດລະບຽບເສດຖະກິດການຕະຫຼາດຂອງ ຫວຽດນາມ ແລະ ນຳ ຫວຽດນາມ ອອກຈາກບັນຊີລາຍຊື່ບັນດາປະເທດຖືກຈຳກັດໃນການສົ່ງອອກເຕັກໂນໂລຊີສູງ. ສ່ວນທ່ານນາງ ສະມາຊິກສະພາສູງ Kristen Gillibrand ຢັ້ງຢືນວ່າ: ອາເມລິກາ ປາດຖະໜາຢາກເປີດກ້ວາງການຮ່ວມມືໃນຫຼາຍຂົງເຂດ, ຈາກບັນດາຂົງເຂດຫຼັກແຫຼ່ງ, ຄື: ເສດຖະກິດ, ເຕັກໂນໂລຊີ, ພະລັງງານ, ກະສິກຳ…ຕະຫຼອດຮອດຂົງເຂດໃໝ່ຄືປັນຍາປະດິດ.

        ແລະກໍ່ທີ່ການຕ້ອນຮັບ, ສອງຝ່າຍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພໃນການເດີນເຮືອ, ການບິນ ຢູ່ທະເລຕາເວັນອອກ; ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ. ຝ່າຍ ອາເມລິກາ ຕີລາຄາສູງຫຼັກໝັ້ນຂອງ ຫວຽດນາມ ສຳລັບບັນຫາທະເລຕາເວັນອອກ.

ຕອບກັບ