ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາດ, ປ້ອງ​ກັນ, ​ຕ້ານ​ອາດ​ຊະ​ຍາ​ກຳ​ ລະ​ຫວ່າງ ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ

Chia sẻ
(VOVWORLD) - ຕອນບ່າຍວັນທີ 20 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໂຕເລິມ ໄດ້ໃຫ້ການຕ້ອນຮັບທ່ານ Agus Andrianto ຮອງຜູ້ບັນຊາການຕຳຫຼວດແຫ່ງຊາດ ອິນໂດເນເຊຍ.

ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາດ, ປ້ອງ​ກັນ, ​ຕ້ານ​ອາດ​ຊະ​ຍາ​ກຳ​ ລະ​ຫວ່າງ ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ - ảnh 1ທ່ານລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໂຕເລິມ ຕ້ອນຮັບທ່ານ Agus Andrianto ຮອງຜູ້ບັນຊາການຕຳຫຼວດແຫ່ງຊາດ ອິນໂດເນເຊຍ (ພາບ: VOV1)

ທີ່ການຕ້ອນຮັບ, ທ່ານພົນເອກ ໂຕເລິມ ເນັ້ນໜັກວ່າ ໃນໄລຍະຜ່ານມາການຮ່ວມມືດ້ານປ້ອງກັນຊາດ ລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ ໄດ້ຜັນຂະຫຍາຍຢ່າງມີປະສິດທິຜົນຜ່ານບັນດາຂໍ້ຕົກລົງ, ຄື: ສົນທິສັນຍາວ່າດ້ວຍການ ສົ່ງຜູ້ຮ້າຍຂ້າມແດນ; ບົດບັນທຶກຊ່ວຍຈຳວ່າດ້ວຍການເພີ່ມທະວີການຮ່ວມມືການຕ້ານການກໍ່ການຮ້າຍ; ບົດບັກທຶກຊ່ວຍຈຳວ່າດ້ວຍການຕໍ່ສູ້ ກັບອາດຊະຍາກຳ ຄ້າຂາຍຢາເສບຕິດ…

ເພື່ອຊຸກຍູ້ ແລະ ເພີ່ມທະວີການພົວພັນຮ່ວມມືລະຫວ່າງກະຊວງຕຳຫຼວດ ແລະ ຕຳຫຼວດ ແຫ່ງຊາດ ອິນໂດເນເຊຍ (INP) ຢ່າງແໜ້ນແຟ້ນກ່ວາອີກ, ທ່ານລັດຖະມົນຕີ ໂຕເລິມ ໄດ້ສະເໜີໃຫ້ສອງຝ່າຍສືບຕໍ່ເພີ່ມທະວີການແລກປ່ຽນບັນດາຄະນະຜູ້ແທນຂັ້ນສູງ, ຮັກສາກົນໄກເຈລະຈາ ການປ້ອງກັນຄວາມສະຫງົບ ລະດັບຮອງລັດຖະມົນຕີ ລະຫວ່າງກະຊວງ ຕຳຫຼວດ ຫວຽດນາມ ແລະ INP ຕາມກົນໄກ ຜັດປ່ຽນກັນ ຈັດຕັ້ງ ໃນທຸກປີ, ຜັນຂະຫຍາຍບັນດາເອກະສານຮ່ວມມື ທີ່ໄດ້ຮັບການລົງນາມ ລະຫວ່າງສອງປະເທດຢ່າງມີປະສິດທິຜົນ, ຮ່ວມມືສະກັດກັ້ນບໍ່ໃຫ້ບໍ່ວ່າສ່ວນບຸກຄົນ, ອົງການໃດນຳໃຊ້ຜືນແຜ່ນດິນຂອງປະເທດນີ້ ເພື່ອມີການເຄື່ອນໄຫວກໍ່ຜົນເສຍຫາຍຕໍ່ຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຂອງປະເທດອື່ນ.

ຕອບກັບ