ຈີນນຳໃຊ້ກຳປັ່ນປ້ອງກັນທຸກປະເພດ86ລຳ,ເຄື່ອນໄຫວຢ່າງຜິດກົດໝາຍຢູ່ເຂດທະເລຂອງຫວຽດນາມ

Chia sẻ
(vovworld) - ວັນ​ທີ 13/5, ກອງ​ບັນຊາ​ການ​ຕຳຫລວດ​ປ້ອງ​ກັນ​ທະ​ເລ ສັງກັດ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​ໃຫ້​ຮູ້​ວ່າ: ຈີນ ​ໄດ້​ນຳ​ໃຊ້​ກຳ​ປັ່ນ 86 ລຳ ​ເພື່ອຄຸ້ມ​ຊູ, ປ້ອງ​ກັນ ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຜິດ​ກົດໝາຍ

ຈີນນຳໃຊ້ກຳປັ່ນປ້ອງກັນທຸກປະເພດ86ລຳ,ເຄື່ອນໄຫວຢ່າງຜິດກົດໝາຍຢູ່ເຂດທະເລຂອງຫວຽດນາມ - ảnh 1
ຈີນ ເພີ່ມກຳປັ່ນປ້ອງກັນເຂົ້າເຂດທະເລຂອງຫວຽດນາມ
ພາບ:dantri.com.vn


(vovworld) - ວັນ​ທີ 13/5, ກອງ​ບັນຊາ​ການ​ຕຳຫລວດ​ປ້ອງ​ກັນ​ທະ​ເລ ສັງກັດ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​ໃຫ້​ຮູ້​ວ່າ: ຈີນ ​ໄດ້​ນຳ​ໃຊ້​ກຳ​ປັ່ນ 86 ລຳ ​ເພື່ອຄຸ້ມ​ຊູ, ປ້ອງ​ກັນ ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຜິດ​ກົດໝາຍ,ລ່ວງ​ລະ​ເມີດ​ຂອງ​ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ຢູ່ເຂດ​ເສດຖະກິດ​ຈຳ​ເພາະ,​​ໄຫລ່​ທະວີບ​ຂອງ​ຫວຽດນາມ.​ໄລ່​​ຮອດ​ວັນ​ທີ 13/5, ຈີນ ​ໄດ້​ນຳ​ໃຊ້​ກຳ​ປັ່ນ 9 ປະ​ເພດ​ເພື່ອ​ປ້ອງ​ກັນ​ການ​ຕັ້ງ​ເຈາະ​ນ້ຳມັນ​ໄຮຢາງ 981 ​ເຂົ້າ​ເຂດ​ທະ​ເລ​ຂອງ​ຫວຽດນາມ. ​ເປັນ​ຫນ້າ​ສົນ​ໃຈ, ​ເວລາ 8 ​ໂມງ 30 ນາທີ ວັນ​ດຽວ​ກັນ, ​ເມື່ອ​ກຳ​ປັ່ນ​ຕຳຫລວດ​ປ້ອງ​ກັນ​ທະ​ເລຂອງ​ຫວຽດນາມ ​ບຸກ​ເຂົ້າໃກ້​ກັບ​ຮ້ານ​ເຈາະ​ນ້ຳມັນ​ຂອງ​ຈີນ ​ເພື່ອ​ໂຄສະນາ ຢືນຢັນ​ອະທິ​ດປະ​ໄຕ ​ແລະ ຄັດຄ້ານ​ການ​ກະທຳ​ທີ່​ຜິດພາດ​ຂອງ​ຈີນ ພ້ອມທັງ​ຮຽ​ກຮ້ອງ ຝ່າຍ​ຈີນ ຈົ່ງ​ຖອນ​ຮ້ານ​ເຈາະ​ນ້ຳມັນ ​ແລະ ກຳ​ປັ່ນ​ທັງ​ໝົດ​ອອກ​ຈາກ​ເຂດ​ທະ​ເລ​ຂອງ​ຫວຽດນາມ​, ​​ໄດ້​ຖືກ​ກຳ​ປັ່ນ​ປ້ອງ​ກັນທະ​ເລ​ຂອງ​ຈີນ 3 ລຳ​ປິດ​ລ້ອມ, ສິດ​ນ້ຳ​ ​ແລະ ຕຳ່ໃສ່ ​​ເຮັດໃຫ້ກຳປັ່ນຂອງ ຫວຽດນາມ ຖືກເປ່ເພ. ຕໍ່ຫນ້າສະພາບການນັ້ນ, ພະນັກ​ງານ, ຕຳຫລວດຢູ່ກຳ​ປັ່ນ​ລັດຖະການ​ຂອງ​ຫວຽດນາມ ​ໄດ້​ເປັນ​ເຈົ້າ​ການ, ອຸ່ນ​ອຽນ​ໃຈ, ຕັ້ງໝັ້ນ, ມີ​ໄຫວ​ພິບ​ເພື່ອ​ທັງ​ຮັກສາອະ​ທີ​ປະ​ໄຕທະ​ເລ​ໝູ່​ເກາະ, ​ໄຫລ່​ທະວີບ​ຂອງປະ​ເທດ​ຊາດ, ທັງ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ.